ໃນຕົ້ນປີ 2014, ສໍານັກງານປົກປ້ອງເງິນຝາກ ໄດ້ເຊີນປະກັນໄພເງິນຝາກເກົາຫຼີໃຕ້ ມາຈັດກອງປະຊຸມສໍາມະນາກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ 1 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 81 ຄົນ ແລະ ສົ່ງພະນັກງານໄປຖອດຖອນບົດຮຽນກ່ຽວກັບວຽກງານປະກັນໄພເງິນຝາກຢູ່ປະເທດເກົາຫຼີໃຕ້ 1 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 3 ຄົນ. ຈາກນັ້ນ, ໃນທ້າຍປີ 2014 ທັງສອງຝ່າຍໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍ. ນັບແຕ່ປີ 2015 ເປັນຕົ້ນມາ, ທັງສອງອົງກອນໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍການແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບວຽກງານປົກປ້ອງເງິນຝາກຄື: ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 2 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 22 ເທື່ອຄົນ, ຈັດກອງປະຊຸມສໍາມະນາຮ່ວມກັນຢູ່ ສປປ ລາວ 7 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 200 ເທື່ອຄົນ, ສົ່ງພະນັກງານໄປຖອດຖອນບົດຮຽນກ່ຽວກັບວຽກງານປະກັນໄພເງິນຝາກຢູ່ປະເທດເກົາຫຼີໃຕ້ 6 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 24 ເທື່ອຄົນ. ນອກຈາກນີ້, ປະກັນໄພເງິນຝາກເກົາຫຼີ ຍັງໃຫ້ການຊ່ວຍເຫຼືອສໍານັກງານປົກປ້ອງເງິນຝາກ ໃນການສ້າງແຜນແມ່ບົດກ່ຽວກັບລະບົບການຈ່າຍເງິນປົກປ້ອງ (Master Plan of Deposit Insurance Payment System).

International Cooperation