ປະທານ

ໃນວັນທີ 3 ກໍລະກົດ 2026, ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຮ່ວມກັບ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ຈັດກອງປະຊຸມສໍາມະນາວຽກງານປົກປ້ອງເງິນຝາກຂຶ້ນຢ່າງເປັນທາງການ ທີ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ດຣ. ນ. ວານີລາ ອິນເທບພະວົງ, ຫົວໜ້າຫ້ອງການບໍລິຫານ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ທ່ານ ນ. ວຽງດາລີ         ສຸພານຸວົງ ວ່າການແທນຫົວໜ້າ ສໍານັກງານປົກປ້ອງເງິນຝາກ ໂດຍມີຄະນະພະແນກ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາ ມວສ ເຂົ້າຮ່ວມຢ່າງພ້ອມພຽງຫຼາຍກວ່າ 82 ຄົນ.

ກອງປະຊຸມໃນຄັ້ງນີ້ຈັດຂຶ້ນ ເພື່ອເປັນການຜັນຂະຫຍາຍແຜນການວຽກງານຈຸດສຸມ ປະຈໍາປີ 2026 ຂອງ ສປງ ແລະ ຍຸດທະສາດສືບຕໍ່ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບວຽກງານປົກປ້ອງເງິນຝາກ ຢູ່ໃນ ສປປ ລາວ ເນື່ອງຈາກ “ກຸ່ມຊາວໝຸ່ມນັກສຶກສາມະຫາວິທະຍາໄລ” ແມ່ນໜຶ່ງໃນກູ່ມເປົາໝາຍທີ່ນອນຢູ່ໃນຍຸດທະສາດດັ່ງກ່າວ.

ໃນພິທີດັ່ງກ່າວ, ຕາງໜ້າຄະນະນໍາສໍານັກງານປົກປ້ອງເງິນຝາກ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ຄະນະນໍາຂອງ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກໃນການຈັດກອງປະຊຸມສໍາມະນາຄັ້ງນີ້ ພ້ອມທັງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ພາລະບົດບາດ ແລະ ໜ້າທີ່ອັນສໍາຄັນຂອງ ສປງ ໂດຍເນັ້ນໜັກວ່າ: ສໍານັກງານປົກປ້ອງເງິນຝາກ ໄດ້ປະຕິບັດໜ້າທີ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືຜູ້ຝາກເງິນ ຕໍ່ກັບລະບົບສະຖາບັນການເງິນ ຢູ່ ສປປ ລາວ ແນໃສ່ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເງິນຂອງປະເທດ, ຊຶ່ງໄດ້ເລີ່ມເຄື່ອນໄຫວວຽກງານດັ່ງກ່າວ ມາແຕ່ປີ 1999 ເປັນຕົ້ນມາ (ລວມເປັນເວລາ 27 ປີ).

ເຖິງຢ່າງໃດກໍຕາມ, ຍ້ອນມີຫຼາຍເງື່ອນໄຂໃນໄລຍະຜ່ານມາ ເຮັດໃຫ້ການໂຄສະນາເຜີຍແຜ່ວຽກງານປົກປ້ອງເງິນຝາກ ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງເທົ່າທີ່ຄວນ, ສົ່ງຜົນໃຫ້ສັງຄົມໂດຍລວມຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບຄວາມສໍາຄັນຂອງວຽກງານນີ້. ສະນັ້ນ, ການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອຊ່ວຍໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ພາຍໃນ ມວສ ສາມາດກໍາໄດ້ຢ່າງເລິກເຊິ່ງ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບວຽກງານປົກປ້ອງເງິນຝາກ, ລວມທັງຫຼັກການລວມທີ່ເປັນພື້ນຖານໃນການພັດທະນາລະບົບປົກປ້ອງເງິນຝາກ ຫຼື ການປະກັນໄພເງິນຝາກຂອງສາກົນ ໃຫ້ກຽດບັນຍາຍໂດຍທ່ານ ນ. ທິບພະພອນ  ມຸນິວົງ ຮອງຫົວໜ້າພະແນກບໍລິຫານ-ຈັດຕັ້ງ ພາຍໃຕ້ຫົວຂໍ້: “ພາບລວມວຽກງານປົກປ້ອງເງິນຝາກຢູ່ໃນໂລກ”;

ນອກຈາກການສ້າງຄວາມຮັບຮູ້ແລ້ວ, ກອງປະຊຸມຄັ້ງນີ້ ຍັງເປັນເວທີໃນການຮັບຟັງ ແລະ ລະດົມຄໍາຄິດຄໍາເຫັນ ຈາກຜູ້ເຂົ້າຮ່ວມ ເພື່ອເປັນພື້ນຖານໃຫ້ແກ່ ສໍານັກງານປົກປ້ອງເງິນຝາກ ໃນການຄົ້ນຄວ້າ ແລະ ພັດທະນາວຽກງານປົກປ້ອງເງິນຝາກໃຫ້ມີຄວາມເຂັ້ມແຂງໃນອະນາຄົດ. ປັດຈຸບັນ, ສປງ ກໍາລັງຢູ່ໃນຂັ້ນຕອນຄົ້ນຄວ້າ ແລະ ຍົກລະດັບນິຕິກໍາຄຸ້ມຄອງ ຈາກ “ດໍາລັດ” ຂຶ້ນເປັນ “ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ” ຊຶ່ງຄາດຄະເນວ່າຈະສາມາດປະກາດໃຊ້ໄດ້ໃນຕົ້ນປີ 2027 ນີ້. ວຽກງານປົກປ້ອງເງິນຝາກ ຖືເປັນສ່ວນໜຶ່ງທີ່ສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕາໜ່າງຄວາມປອດໄພທາງດ້ານການເງິນ ທີ່ບັນດາປະເທດໃນພາກພື້ນ ແລະ ສາກົນ ຕ່າງກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ໂດຍການສ້າງໜ່ວຍງານສະເພາະຂຶ້ນມາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ຕໍ່ລະບົບສະຖາບັນການເງິນ ໃຫ້ກຽດບັນຍາຍໂດຍ ທ່ານ ນັດທະວັນ ສັນຕິວົງ ຮອງຫົວໜ້າພະແນກວິເຄາະ ແລະ ຄຸ້ມຄອງການຈ່າຍເງິນປົກປ້ອງ ພາຍໃຕ້ຫົວຂໍ້: “ພາບລວມວຽກງານປົກປ້ອງເງິນຝາກ ຢູ່ ສປປ ລາວ”;

ໃນຕອນທ້າຍຂອງກອງປະຊຸມ, ຕາງໜ້າຄະນະນໍາ ສປງ ໄດ້ຮຽກຮ້ອງມາຍັງ ຄູ-ອາຈານ ໃນນາມຜູ້ເປັນແມ່ພິມຂອງຊາດ ລວມທັງນັກສຶກສາທຸກທ່ານ ຈົ່ງຮ່ວມກັນເປັນກະບອກສຽງ ແລະ ໃຫ້ການສະໜັບສະໜູນ ໂດຍການນໍາເອົາເນື້ອໃນຈິດໃຈ, ຄວາມຮູ້ ທີ່ໄດ້ຮັບຈາກກອງປະຊຸມສໍາມະນາໃນມື້ນີ້ ໄປເຜີຍແຜ່ ແລະ ບອກຕໍ່ໃຫ້ແກ່ນັກສຶກສາຜູ້ທີ່ບໍ່ໄດ້ເຂົ້າຮ່ວມ, ຕະຫຼອດຮອດບຸກຄົນໃນຄອບຄົວ ແລະ ໝູ່ເພື່ອນ ໃຫ້ໄດ້ຮັບຮູ້ຢ່າງກວ້າງຂວາງ. ທັງນີ້ ກໍເພື່ອຫຼີກລ່ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ທີ່ຫວັງມາຕົວະຍົວະຫຼອກລວງເອົາເງິນ ດ້ວຍຮູບການລະດົມເງິນຝາກທີ່ບໍ່ສອດ ຄ່ອງກັບກົດໝາຍ ແລະ ລະບຽບການ ດັ່ງທີ່ເຄີຍປະກົດໃຫ້ເຫັນໃນສັງຄົມໄລຍະຜ່ານມາ.

ພ້ອມດຽວກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ສັງຄົມຫັນມານໍາເງິນໄປຝາກໄວ້ນໍາສະຖາບັນການເງິນ ທີ່ເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກໃຫ້ຫຼາຍຂຶ້ນ ແລະ ຫຼີກລ່ຽງການເກັບຮັກສາເງິນສົດໄວ້ຢູ່ເຮືອນ ຊຶ່ງມີຄວາມສ່ຽງສູງ ແລະ ເສຍຜົນປະໂຫຍດ ເຊັ່ນ: ຄວາມບໍ່ປອດໄພຈາກອັກຄີໄພ (ໄຟໄໝ້), ການຖືກລັກຂະໂມຍ, ການບໍ່ໄດ້ຮັບດອກເບ້ຍ ແລະ ທີ່ສໍາຄັນແມ່ນຈະບໍ່ໄດ້ຮັບການປົກປ້ອງຈາກສໍານັກງານປົກປ້ອງເງິນຝາກ.

ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ສ້າງສັນ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ ຕາມລະດັບຄາດໝາຍທີ່ວາງໄວ້, ຊຶ່ງຈະເປັນກ້າວເດີນອັນສໍາຄັນໃນການຮ່ວມມືລະຫວ່າງຂະແໜງການເງິນ ແລະ ສະຖາບັນການສຶກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດ-ການເງິນ ຂອງ ສປປ ລາວ ໃນອະນາຄົດ.

ໃນຕອນບ່າຍຂອງວັນດຽວກັນນັ້ນ ຢູ່ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສໍານັກງານປົກປ້ອງເງິນຝາກ ຍັງໄດ້ເປີດງານວາງສະແດງຜົນງານສື່ສິ່ງພິມ ຂອງສໍານັກງານປົກປ້ອງເງິນຝາກ (ຕັ້ງບູດ) ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ຄູອາຈານ ແລະ ນ້ອງໆນັກສືກສາ ເຂົ້າຮ່ວມຫຼິ້ນເກມຕອບຄໍາຖາມ ເພື່ອລຸ້ນຮັບຂອງລາງວັນທີ່ໄດ້ນໍາມາສະແດງໃນງານອີກຫຼາກຫຼາຍ ຊຶ່ງເຫັນໄດ້ວ່າມີບັນຍາກາດຟົດຟຶ້ນ, ມ່ວນຊື່ນ ແລະ ນ້ອງໆນັກສຶກສາກໍໃຫ້ຄວາມຮ່ວມມື ແລະ ມີຄວາມສົນໃຈ ຕໍ່ກັບວຽກງານປົກປ້ອງເງິນຝາກ ທີ່ຄະນະທີມງານໂຄສະນາຂ່າວສານ ຂອງ ສປງ ໄດ້ລົງມາເຜີຍແຜ່ໃນຄັ້ງນີ້.

 

 

 

 

 

 

News