ໃນປີ 2016, ສໍານັກງານປົກປ້ອງເງິນຝາກ ໄດ້ສົ່ງພະນັກງານໄປຖອດຖອນບົດຮຽນກ່ຽວກັບວຽກງານປະກັນໄພເງິນຝາກຢູ່ປະເທດອິນໂດເນເຊຍ 1 ຄັ້ງ ມີຜູ້ເຂົ້າຮ່ວມ ຈໍານວນ 2 ຄົນ ແລະ ໄດ້ເຊີນປະກັນໄພເງິນຝາກອິນໂດ ເນເຊຍ ມາຈັດກອງປະຊຸມສໍາມະນາກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ 1 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ຄົນ. ຈາກນັ້ນ, ໃນກາງປີ 2017 ທັງສອງຝ່າຍໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍ. ນັບແຕ່ປີ 2018 ເປັນຕົ້ນມາ, ທັງສອງອົງກອນໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍການແລກປ່ຽນບົດຮຽນ ແລະ ປະສົບການຄື: ຈັດກອງປະຊຸມພົບປະສອງຝ່າຍ 1 ຄັ້ງ ມີຜູ້ເຂົ້າຮ່ວມ 15 ຄົນ ແລະ ຈັດກອງປະຊຸມສໍາມະນາຮ່ວມກັນຢູ່ ສປປ ລາວ 1 ຄັ້ງ ມີຜູ້ເຂົ້າຮ່ວມ 32 ຄົນ.

International Cooperation