IMG_6527 ໃໝ່

ພິທີມອບ-ຮັບໃບຢັ້ງຢືນການເປັນສະມາຊິກຄືນໃໝ່ ເນື່ອງໃນໂອກາດ ຄົບຮອບວັນສ້າງຕັ້ງ ສປງ 21 ປີ

26/09/2020
ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ ສໍາ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ (ສປງ) ຄົບຮອບ 21 ປີ (ວັນ​ທີ 23 ກັນຍາ 1999-ວັນ​ທີ 23 ກັນຍາ 2020) ສປງ ໄດ້​ຈັດຕັ້ງ​ພິທີມອບ-ຮັບໃບຢັ້ງຢືນການເປັນສະມາຊິກຄືນໃໝ່ ໃຫ້ບັນດາທະນາຄານທຸລະກິດທີ່ເປັນສະມາຊິກ ພ້ອມທັງຜ່ານບົດ​ສະ​ຫຼຸບ​ການເຄື່ອນໄຫວ​ວຽກ​ງານ 9 ເດືອນ​​ຂອງ ປີ 2020 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາ 2020 ຢູ່ທີ່​ສະ​ຖາ​ບັນ​ການ​ທະນາຄານ ທະນາຄານ​ແຫ່ງ ສປປ ລາວ (ທຫລ) ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ພຸດ​ທະ​ໄຊ ສີວິໄລ ກໍາ​ມະ​ການ​ປະ​ຈໍາ​ພັກ ຮອງ​ຜູ້​ວ່າການ ທຫລ ປະທານ​ສະພາ​ບໍລິຫານ ສປງ; ທ່ານນາງ ແສງ​ດາວວີ ວົງ​ຄໍາ​ຊາວ ກໍາ​ມະ​ການ​ພັກ ທຫລ  ຫົວໜ້າ ສປງ ແລະ ມີ​ຄະ​ນະ​ກໍາ​ມະ​ການ​ສະພາ​ບໍລິຫານ,  ຄະນະ ສປງ, ຄະນະ​ກົມ​ພາຍ​ໃນ ...ອ່ານເພີ່ມເຕີມ - ພິທີມອບ-ຮັບໃບຢັ້ງຢືນການເປັນສະມາຊິກຄືນໃໝ່ ເນື່ອງໃນໂອກາດ ຄົບຮອບວັນສ້າງຕັ້ງ ສປງ 21 ປີ
IMG_6128

ເມືອງໄຊເສດຖາ ເຊື່ອມຊຶມດໍາລັດປົກປ້ອງເງິນຝາກ

25/09/2020
ກອງ​ປະຊຸມ​ເຜີຍແຜ່ດໍາ​ລັດ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ເງິນ​ຝາກໃຫ້​ແກ່​ບັນດາ​ອົງການຈັດຕັ້ງ​ພັກ​-​ລັດ ແລະ ບັນດາ​ບ້ານ​ອ້ອມ​ຂ້າງ​ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກັນຍາ 2020 ທີ່​ສະໂມສອນເມືອງ​ດັ່ງກ່າວ  ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ຄໍາ​ສະຫວັນ ໂຄດ​ໄຊ ຮອງ​ເຈົ້າເມືອງ​ໄຊ​ເສດ​ຖາ ແລະ ທ່ານນາງ ແສງ​ດາວວີ ວົງ​ຄໍາ​ຊາວ ຫົວ​ໜ້າ​ສໍາ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ (ສປງ) ພ້ອມດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມຢ່າງພ້ອມພຽງ. ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ທ່ານ ນາງ ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ ໄດ້ຍົກໃຫ້ເຫັນ ຄວາມເປັນມາຂອງ ສປງ (ກອງທຶນປົກປ້ອງຜູ້ຝາກເງິນໃນເມື່ອກ່ອນ) ໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ກັນຍາ 1999 ເປັນການຈັດຕັ້ງການເງິນຂອງລັດ, ມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ຊຶ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ສະພາບໍລິຫານ ສປງ ແລະ ທຫລ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ເປັນສ່ວນໜຶ່ງທີ່ມີຄວາມສໍາຄັນ...ອ່ານເພີ່ມເຕີມ - ເມືອງໄຊເສດຖາ ເຊື່ອມຊຶມດໍາລັດປົກປ້ອງເງິນຝາກ
IMG_5554

ບັນດາທະນາຄານທຸລະກິດ ຢູ່ ສປປ ລາວ ເຊື່ອມຊຶມບັນດານິຕິກຳກ່ຽວກັບວຽກງານປົກປ້ອງເງິນຝາກ

22/09/2020
ໃນຕອນບ່າຍວັນທີ 17 ກັນຍາ 2020, ໄດ້ຈັດພິທີເຜີຍແຜ່ບັນດານິຕິກໍາທີ່ຕິດພັນກັບວຽກງານປົກປ້ອງເງິນຝາກ ໃຫ້ແກ່ບັນດາທະນາຄານທຸລະກິດ ທີ່ເປັນສະມາຊິກ ພາຍໃຕ້ການເປັນປະທານຂອງທ່ານ ນ ແສງດາວວີ ວົງຄຳຊາວ ຫົວໜ້າສຳນັກງານປົກປ້ອງເງິນຝາກ. ເຂົ້າຮ່ວມໃນພິທີໃນຄັ້ງນີ້ ມີຄະນະສຳນັກງານປົກປ້ອງເງິນຝາກ, ຄະນະພະແນກ ແລະ ພະນັກງານ ສຳນັກງານປົກປ້ອງເງິນຝາກ, ຄະນະອຳນວຍການ ແລະ ຕາງໜ້າທະນາຄານທຸລະກິດ ຈຳນວນ 40 ກ່ວາທະນາຄານ ຊຶ່ງລວມມີທັງໝົດ 100 ກ່ວາທ່ານເຂົ້າຮ່ວມໃນງານຄັ້ງນີ້. ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ມີຄວາມສໍາຄັນຫລາຍສໍາລັບ ສປງ ກໍ່ຄື ຜູ້ອອກລະບຽບຄຸ້ມຄອງ ແລະ ສໍາລັບສະມາຊິກ ກໍ່ຄືຜູ້ຈັດຕັ້ງປະຕິບັດ ເພື່ອຮັບປະກັນວ່າການປະກາດນໍາໃຊ້ບັນດານິຕິກໍາຕ່າງໆມີຄວາມສັກສິດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ເຊິ່ງນິຕິກໍາທີ່ເຜີຍແຜ່ຄັ້ງນີ້ ປະກອບມີ 2 ຂໍ້ຕົກລົງຄື:  1). ຂໍ້ຕົກລົງວ່າດ້ວຍອັດຕາເບ້ຍປະກັນເງິນຝາກ ເລກທີ 1196/ທຫລ ລົງວັນທີ 31 ທັນວາ 2019,...ອ່ານເພີ່ມເຕີມ - ບັນດາທະນາຄານທຸລະກິດ ຢູ່ ສປປ ລາວ ເຊື່ອມຊຶມບັນດານິຕິກຳກ່ຽວກັບວຽກງານປົກປ້ອງເງິນຝາກ
WhatsApp Image 2020-05-15 at 11.14.43

ສຳນັກ​ງານ​ປົກປ້ອງ​ເງິນຝາກ ​ມອບ​ເງິນ​ຊ່ວຍເຫຼືອ​ເພື່ອຕ້ານ​ໂຄວິດ-19

08/05/2020
ໃນໄລຍະຜ່ານມານີ້ ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ຄຳໄຊ ພົມມະວີ ຮອງຫົວໜ້າ ສຳນັກງານປົກປ້ອງເງິນຝາກ ພ້ອມດ້ວຍຄະນະ ຈຳນວນ 4 ທ່ານ ໄດ້ ຕາງໜ້າສຳນັກງານປົກປ້ອງເງິນຝາກ ມອບເງິນຊ່ວຍເຫຼືອ ຈຳນວນ 50.000.000 ກີບ ໃຫ້ແກ່ລັດຖະບານເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ໂຄວິດ-19 ຊຶ່ງມີຕາງໜ້າຈາກລັດຖະບານເປັນຜູ້ຮັບແມ່ນ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກ​ລັດ​ຖະ​ມົນຕີ ລັດຖະມົນຕີ​ກະຊວງ ການ​ເງິນ ຫົວໜ້າ​ສະເພາະ​ກິດ ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.   ໃນ​ໂອກາດ​ນີ້ ທ່ານ ສົມ​ດີ ດວງ​ດີ ໄດ້​ສະແດງຄວາມ​ຂອບໃຈຕໍ່​ບັນດາ​ບໍລິສັດ​ດັ່ງກ່າວ ທີ່​ເຫັນ​ຄວາມ​ສຳ ຄັນ ແລະ ສະໜັບສະໜູນ ລັດຖະບານລາວ ໃນ​ການ​ຕ້ານ ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄວິດ-19 ຢູ່ ສປປ ລາວ ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ນຳ​ເງິນ​ຈຳນວນ​ດັ່ງກ່າວ ໄປ​ນຳ​ໃຊ້...ອ່ານເພີ່ມເຕີມ - ສຳນັກ​ງານ​ປົກປ້ອງ​ເງິນຝາກ ​ມອບ​ເງິນ​ຊ່ວຍເຫຼືອ​ເພື່ອຕ້ານ​ໂຄວິດ-19
new2

ກອງປະຊຸມສະພາບໍລິຫານ ສຳນັກງານປົກປ້ອງເງິນຝາກ ສະໄໝສາມັນ ຄັ້ງທີ່ I ປະຈຳປີ 2020

08/05/2020
ໃນໄລຍະຜ່ານມາ ທີ່ສຳນັກງານປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມສະພາບໍລິຫານ ຂື້ນ ພາຍໃຕ້ການເປັນປະ ທານຂອງ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ສຳນັກ ງານປົກປ້ອງເງິນຝາກ, ເຂົ້າຮ່ວມມີ ຮອງປະທານສະພາບໍລິຫານ, ສະມາຊິກສະພາບໍລິຫານ, ຄະນະ ສຳນັກງານປົກປ້ອງເງິນຝາກ ແລະ ຄະນະພະແນກ ຈຳນວນ 10 ກ່ວາທ່ານ. (ຮູບທ່ານ ນ ແສງດາວວີ ມີຄໍາເຫັນ) ໃນກອງປະຊຸມ ທ່ານ ນ ແສງດາວວີ ວົງຄຳຊາວ ຫົວໜ້າສຳນັກງານປົກປ້ອງເງິນຝາກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ຂອງສໍານັກງານປົກປ້ອງເງິນຝາກ ປະຈໍາປີ 2019 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2020. ໃນນີ້, ທ່ານ ນ ແສງດາວວີ ວົງຄຳຊາວ ໄດ້ຍົກໃຫ້ເຫັນ...ອ່ານເພີ່ມເຕີມ - ກອງປະຊຸມສະພາບໍລິຫານ ສຳນັກງານປົກປ້ອງເງິນຝາກ ສະໄໝສາມັນ ຄັ້ງທີ່ I ປະຈຳປີ 2020