ໃນຕອນເຊົ້າຂອງວັນສຸກ, ວັນທີ 16 ມັງກອນ 2026, ຢູ່ທີ່ ໂຮງແຮມ ອາມາຣີ ວັງວຽງ, ໄດ້ເປີດກອງປະຊຸມຄະນະຊີ້ນຳລວມໂຄງການສ້າງຄວາມແຂັ້ມເເຂງໃນຕາໜ່າງຄວາມປອດໄພຂອງຂະແໜງການເງິນ ຂອງ ສປປ ລາວ (Financial Sector Safety Net Strengthening Project ຫຼື FSNP) ຄັ້ງສຸດທ້າຍ ກ່ອນຈະສິ້ນສຸດໂຄງການໃນທ້າຍເດືອນ ມີນາ 2026 ນີ້, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ, ຫົວໜ້າຄະນະຊີ້ນໍາລວມໂຄງການ FSNP ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 33 ທ່ານ ຈາກ ກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ສຳນັກງານປົກປ້ອງເງິນຝາກ.
ປະທານກອງປະຊຸມ ໄດ້ກ່າວໃຫ້ຮູ້ວ່າ ນັບແຕ່ເລີ່ມຈັດຕັ້ງປະຕິບັດໂຄງການ FSNP ນັບແຕ່ປີ 2020 ມາຮອດປະຈຸບັນ, ໂຄງການນີ້ໄດ້ຊ່ວຍສໍານັກງານປົກປ້ອງເງິນຝາກ ໃນການສ້າງຄວາມເຂັ້ມແຂງທາງດ້ານການເງິນ ແລະ ການຈັດຕັ້ງ ໂດຍສະເພາະແມ່ນ ໄດ້ສໍາເລັດການຈັດຕັ້ງປະຕິບັດເງື່ອນໄຂເງິນກູ້ (Performance-based condition ຫຼື PBCs) ຂອງໂຄງການຈໍານວນ 17 ເງື່ອນໄຂ ຂອງທັງໝົດ 20 ເງື່ອນໄຂ ຊຶ່ງຜົນສໍາເລັດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະນໍາ ສໍານັກງານປົກປ້ອງເງິນຝາກ ກໍຄື ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການຢ່າງເອົາຈິງເອົາຈັງ ເຮັດໃຫ້ໂຄງການບັນລຸຕາມຈຸດປະສົງໃນລະດັບທີ່ເພິ່ງພໍໃຈ. ຢ່າງໃດກໍຕາມ, ຍັງມີ PBC ທີ່ຍັງຄົງຄ້າງ ລວມທັງໝົດ 3 PBCs ຊຶ່ງຈະຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດໃຫ້ສໍາເລັດກ່ອນມື້ໂຄງການຈະສິ້ນສຸດ ໃນອີກ 2 ເດືອນຂ້າງໜ້າ ຄືເດືອນ ມີນາ 2026 ນີ້. ສະນັ້ນ, ສປງ ຕ້ອງສຸມໃສ່ການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ກັບບັນຫາ ແລະ ຂໍ້ສະເໜີທີ່ໂຄງການຈະຍົກຂຶຶ້ນ ເພື່ອເປັນທິດທາງໃຫ້ ສປງ ນໍາໄປຈັດຕັ້ງຜັນຂະຫຍາຍ.
ໃນກອງປະຊຸມຄັ້ງນີ້, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສໍານັກງານປົກປ້ອງເງິນຝາກ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄງການ FSNP ພາຍຫຼັງກອງປະຊຸມຄະນະຊີ້ນໍາລວມໂຄງການ ຄັ້ງລ້າສຸດ ໃນເດືອນ ພຶດສະພາ 2025 ຊຶ່ງສໍານັກງານປົກປ້ອງເງິນຝາກ ກໍຄື ໜ່ວຍງານຈັດຕັ້ງປະຕິບັດໂຄງການ (PIU) ລວມທັງພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະຊີ້ນໍາລວມຢ່າງຕໍ່ເນື່ອງ. ຜ່ານການສະຫຼຸບບັນດາໜ້າວຽກຕາມມະຕິກອງປະຊຸມຄັ້ງຜ່ານມາ ເຫັນວ່າ ສ່ວນຫຼາຍແມ່ນໄດ້ຮັບການຈັດຕັ້ງປະຕິບັດສໍາເລັດດີ ແລະ ບາງວຽກງານ ກໍຕ້ອງສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ໂດຍໄວ.
ພ້ອມນີ້, ທ່ານ ນ. ດາວມະນີວອນ ວິໄລວຽງ ຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ ຫົວໜ້າໂຄງການ FSNP ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ FSNP, ແຜນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າຮອດມື້ສິ້ນສຸດໂຄງການ ໃນເດືອນ ມີນາ 2026 ແລະ ບາງຂໍ້ສະເໜີຕໍ່ທີ່ປະຊຸມເພື່ອພິຈາລະນາ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທຫລ ຫົວໜ້າຄະນະຊີ້ນໍາລວມໂຄງການ FSNP ຍັງໄດ້ໃຫ້ກຽດໂອ້ລົມມີຄໍາເຫັນ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຂອງ ໂຄງການ FSNP ແລະ ໄດ້ສະຫຼຸບບາງບັນຫາສຳຄັນ ຊຶ່ງໃນນັ້ນ ໄດ້ມອບໃຫ້ ສໍານັກງານປົກປ້ອງເງິນຝາກ ສືບຕໍ່ຈັດຕັ້ງປະຕິບັດຕາມບັນດານິຕິກໍາ ທີ່ໄດ້ສ້າງຂຶ້ນພາຍໃຕ້ແຕ່ລະ PBC ທີ່ຕິດພັນກັບວຽກງານຂອງ ສໍານັກງານປົກປ້ອງເງິນຝາກ ເພື່ອພັດທະນາວຽກງານປົກປ້ອງເງິນຝາກ ໃຫ້ເຂັ້ມແຂງ ແລະ ສາມາດປະຕິບັດຕາມຫຼັກການຂອງສາກົນໄດ້ຫຼາຍຂຶ້ນ.






