1 jpg

ໃນວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມ ຊັ້ນ 7, ທະນາຄານແຫ່ງ ສປປ ລາວ (ທຫລ), ສໍານັກງານປົກປ້ອງເງິນຝາກ (ສປງ) ຕາງໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມທາບທາມຄຳເຫັນພາຍໃນ ທຫລ  ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍສະບັບດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 55 ທ່ານ ຈາກບັນດາກົມພາຍໃນ ທຫລ, ຄະນະຮັບຜິດຊອບ, ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, ຄະນະ ສປງ, ຄະນະພະແນກ ສປງ ແລະ ການເຂົ້າຮ່ວມອອນລາຍ ຈາກບັນດາ 05 ສາຂາ ຂອງ ທຫລ.

ອີງຕາມວາລະກອງປະຊຸມ, ທ່ານ ນ ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ ຫົວໜ້າຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໃຫ້ກຽດລາຍງານຜົນການຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ພ້ອມທັງ ນໍາສະເໜີຮ່າງກົດໝາຍດັ່ງກ່າວ ຕໍ່ທີ່ປະຊຸມ. ການຄົ້ນຄວ້າສ້າງກົດໝາຍສະບັບນີ້ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ພຶດສະພາ ປີ 2024 ຊຶ່ງໄດ້ດໍາເນີນການຕາມແຜນການດໍາເນີນງານຄົ້ນຄວ້າກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ລົງວັນທີ 10 ກັນຍາ 2024.

ເຫດຜົນສຳຄັນໃນການສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ແມ່ນເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ມີຜົນສັກສິດທາງກົດໝາຍທີ່ສູງຂຶ້ນ ແລະ ສອດຄ່ອງກັບນິຕິກໍາທີ່ກ່ຽວຂ້ອງ ເນື່ອງຈາກການຈັດຕັ້ງປະຕິບັດນິຕິກໍາສະບັບປະຈຸບັນ ຄື ດຳລັດວ່າດ້ວຍການປົກປ້ອງເງິນຝາກ ໃນການຄຸ້ມຄອງບັນດາສະມາຊິກ ເຫັນວ່າບໍ່ສາມາດປະຕິບັດໄດ້ຢ່າງເຕັມສ່ວນ ເນື່ອງຈາກສະມາຊິກໄດ້ເຄື່ອນໄຫວພາຍໃຕ້ນິຕິກໍາຂັ້ນກົດໝາຍ (ກົດໝາຍວ່າດ້ວຍທະນາຄານທຸລະກິດ) ຊຶ່ງສູງກວ່າດໍາລັດ. ຄຽງຄູ່ກັນນັ້ນ, ທີ່ຕັ້ງ ແລະ ພາລະບົດບາດຂອງ ສປງ ຍັງມີລັກສະນະຄຸມເຄືອ ແລະ ຍັງບໍ່ທັນສອດຄ່ອງຕາມຫຼັກການສາກົນເທົ່າທີ່ຄວນ ເຮັດໃຫ້ສັງຄົມບໍ່ສາມາດຮັບຮູ້ ເເລະ ເຂົ້າໃຈເລິກເຊິ່ງກ່ຽວກັບສະຖານະພາບ ລວມທັງ ການເຄື່ອນໄຫວວຽກງານຂອງ ສປງ. ພ້ອມນີ້, ບາງມາດຕາຂອງດຳລັດວ່າດ້ວຍການປົກປ້ອງເງິນຝາກ ຍັງບໍ່ທັນມີຄວາມຊັດເຈນ, ຮັດກຸມ ແລະ ບໍ່ສອດຄ່ອງກັບສະພາບການປ່ຽນເເປງໃໝ່ທຽບໃສ່ນິຕິກຳອື່ນທີ່ກ່ຽວຂ້ອງທັງພາຍໃນ ແລະ ສາກົນ ເປັນຕົ້ນ: ຂັ້ນຕອນການຈ່າຍເງິນປົກປ້ອງ, ການຂະຫຍາຍສະມາຊິກ ແລະ ມາດຕະການອື່ນທີ່ກ່ຽວຂ້ອງ. ເມື່ອອີງໃສ່ຫຼັກການສຳຄັນຂອງລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ ເຫັນວ່າມີບາງຫຼັກການຍັງບໍ່ທັນໄດ້ກຳນົດໃນດຳລັດສະບັບດັ່ງກ່າວ ແລະ ບາງຫຼັກການ ເຖິງວ່າໄດ້ກຳນົດເຂົ້າໃນເນື້ອໃນດຳລັດເເລ້ວ ເເຕ່ຍັງເປັນລັກສະນະລວມໆ.

ນອກຈາກນີ້, ຍັງແນໃສ່ການຍົກລະດັບພາລະບົດບາດຂອງ ສຳນັກງານປົກປ້ອງເງິນຝາກ (ສປງ) ຈາກການເປັນພຽງຜູ້ຈ່າຍເງິນປົກປ້ອງ (Paybox) ໃຫ້ກາຍເປັນຜູ້ທີ່ມີອຳນາດເພີ່ມເຕີມໃນການແກ້ໄຂບັນຫາສະຖາບັນການເງິນ (Paybox Plus) ຕາມມາດຕະຖານສາກົນ ໂດຍອີງໃສ່ຫຼັກການສໍາຄັນ ຂອງລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ ຂອງສະມາຄົມປະກັນໄພເງິນຝາກສາກົນ (IADI Core Principles for Effective Deposit Insurance Systems) ທີ່ໄດ້ມີການປັບປຸງໃໝ່ໃນປີ 2025.

ການກໍານົດເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ແມ່ນສັງລວມຈາກການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017 ແລະ ບົດຮຽນຂອງສາກົນ ໂດຍສະເພາະການຖອດຖອນບົດຮຽນຈາກກົດໝາຍ ຂອງບັນດາປະເທດຄູ່ຮ່ວມມືຂອງ ສປງ ເປັນຕົ້ນແມ່ນ ສສ. ຫວຽດນາມ, ໄທ, ສ. ເກົາຫຼີໃຕ້ ແລະ ອິນໂດເນເຊຍ. ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ປະກອບດ້ວຍ 7 ພາກ, 8 ໝວດ ແລະ 74 ມາດຕາ ຊຶ່ງມີເນື້ອໃນທີ່ສໍາຄັນຕົ້ນຕໍ ແລະ ປັບປຸງໃຫ້ສອດຄ່ອງກັບຫຼັກການສາກົນ ມີດັ່ງນີ້:

  • ການກຳນົດປະເພດເງິນຝາກທີ່ໄດ້ຮັບການປົກປ້ອງ: ກໍານົດໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ແລະ ມີຄວາມຊັດເຈນຂຶ້ນຕື່ມ ໂດຍສະເພາະໃຫ້ສາມາດກວມເອົາ ຜະລິດຕະພັນອື່ນທີ່ຄ້າຍຄືເງິນຝາກ ຕາມການກໍານົດຂອງ ທຫລ.
  • ວົງເງິນປົກປ້ອງ: ກໍານົດໃຫ້ຊັດເຈນຂຶ້ນຕື່ມ ແລະ ຍັງຄົງຮັກສາການປະຕິບັດໃຫ້ສອດຄ່ອງກັບຫຼັກການສາກົນ ຄື ຕ້ອງສາມາດປົກປ້ອງຜູ້ຝາກເງິນໃຫ້ໄດ້ ບໍ່ຫຼຸດ 90% ຂອງຜູ້ຝາກທີ່ໄດ້ຮັບການປົກປ້ອງທັງໝົດ. (ປັດຈຸບັນກຳນົດຢູ່ທີ່ 100 ລ້ານກີບ ຕໍ່ຜູ້ຝາກ 1 ລາຍ ຕໍ່ສະມາຊິກ 1 ແຫ່ງ ສາມາດປົກປ້ອງໄດ້ເກີນ 93% ຂອງຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງທັງໝົດທົ່ວລະບົບ).
  • ຂັ້ນຕອນການຈ່າຍເງິນປົກປ້ອງທີ່ໄວຂຶ້ນ: ກໍານົດໃຫ້ ສປງ ຕ້ອງເລີ່ມຈ່າຍເງິນປົກປ້ອງ ພາຍໃນ 14 ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບແຈ້ງຈາກ ທຫລ.
  • ການຂະຫຍາຍສະມາຊິກ: ກຳນົດໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຕ້ອງເຂົ້າເປັນສະມາຊິກແບບບັງຄັບ.

ການສ້າງກົດໝາຍສະບັບນີ້ ຖືເປັນບາດກ້າວສຳຄັນໃນການເສີມສ້າງຕາໜ່າງຄວາມປອດໄພທາງການເງິນຂອງ ສປປ ລາວ ກໍຄື ວຽກງານປົກປ້ອງເງິນຝາກ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດທຽບເທົ່າກັບການປະຕິບັດທີ່ດີຂອງບັນດາປະເທດທີ່ມີລະບົບປົກປ້ອງເງິນຝາກ ໃນພາກພື້ນ ແລະ ສາກົນ.

ກອງປະຊຸມທາບທາມດັ່ງກ່າວ ໄດ້ດຳເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດອັນຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນ ຊຶ່ງຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຕິດຕາມຮັບຟັງ, ປະກອບຄໍາເຫັນທີ່ເປັນປະໂຫຍດ ແລະ ສົນທະນາແລກປ່ຽນຄໍາເຫັນ ຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດັ່ງກ່າວ ບັນລຸໝາກຜົນ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ເປັນຢ່າງດີ. ສໍາລັບທິດທາງແຜນການໃນຕໍ່ໜ້າ, ສປງ ຈະດໍາເນີນການຈັດກອງປະຊຸມທາບທາມເປີດກວ້າງ ເພື່ອລະດົມຄວາມຄິດເຫັນຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອນໍາມາປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນທີ່ຖືກຕ້ອງ ແລະ ສອດຄ່ອງ ແນໃສ່ສ້າງຄວາມເຊື່ອໝັ້ນຂອງສັງຄົມຕໍ່ລະບົບສະຖາບັນການເງິນ ໃຫ້ນັບມື້ນັບສູງຂຶ້ນ.

 

     ບົດຂ່າວ ແລະ ຮູບພາບ: ພະແນກບໍລິຫານ-ຈັດຕັ້ງ

ຂ່າວສານ