ໃນ​ເມື່ອບໍ່​ດົນ​ຜ່ານ​ມາ, ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ໄດ້​ຈັດ​ພິ​ທີ​ເຜີຍ​ແຜ່​ດຳ​ລັດ ວ່າ​ດ້ວຍ​ການ​ປົກ​ປ້ອງ​ເງິນ​ຝາກ, ເຂົ້າ​ຮ່ວມ​ພິ​ທີ​ຄັ້ງ​ນີ​ລວມ​ມີ​ທ່ານ ນ ແສງ​ດາວ​ວີ ວົງ​ຄຳ​ຊາວ ຫົວ​ໜ້າ​ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ, ​ທ່ານ ປທ ເພັດສະໝອນ ພົມມະວົງ ວ່າການຄະນະບໍດີ ຄະນະເສດຖະສາດບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານ ຄູອາຈານ ພ້ອມ​ດ້ວຍນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ຈຳ​ນວນ 100 ກ່​ວາ​ຄົນ.

​ໃຫ້​ກຽດ​ກ່າວ​ເປີດ​ພິ​ທີ​ໃນ​ຄັ້ງ​ນີ້ ແມ່ນ ທ່ານ ນ ແສງ​ດາວ​ວີ ວົງ​ຄຳ​ຊາວ ຫົວ​ໜ້າ​ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ແລະ ກ່າວ​ມີ​ຄຳ​ເຫັນ​ໂດຍ​ທ່ານ ປທ ເພັດສະໝອນ ພົມມະວົງ ວ່າການຄະນະບໍດີ ຄະນະເສດຖະສາດບໍລິຫານທຸລະ ກິດ ມະຫາວິທະຍາໄລແຫ່ງຊາດ.

ໃນ​ນັ້ນ, ທ່ານ ນ ແສງ​ດາວ​ວີ ວົງ​ຄຳ​ຊາວ ​ໄດ້​ຍົກ​ໃຫ້​ເຫັນຈຸດ​ປະ​ສົງຂອງ​ການ​ເຜີຍ​ແຜ່​ຄັ້ງ​ນີ້​ແມ່ນ​ເພື່ອເປັນການສ້າງຂະບວນການ ຕິດພັນກັັບວຽກງານວິຊາສະເພາະ ກ່ອນຈະເປີດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກສໍານັກງານປົກປ້ອງເງິນ ທີ່ຈະມີຂຶ້ນໃນໄວໆນີ້, ເພື່ອປະຕິບັດຕາມແຜນ ການວຽກງານຈຸດສຸມ ຂອງສໍານັກງານປົກປ້ອງເງິນຝາກ ປະຈໍາປີ 2019, ເພື່ອໃຫ້ສັງຄົມຊັບຊາບກັນຢ່າງກວ້າງຂວາງກ່ຽວກັບວຽກງານປົກປ້ອງເງິນຝາກຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ທັງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານປົກປ້ອງເງິນຝາກ ກໍ່ຄື ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ໃນການເຮັດໜ້າທີ່ປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ໃນເວລາທີ່ສະຖາບັນການເງິນໃດໜຶ່ງທີ່ເປັນສະມາຊິກຫາກຕົກໃນສະພາວະລົ້ມລະລາຍ, ​ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ຈະຈ່າຍຄືນເງິນຝາກໃຫ້ແກ່ຜູ້ຝາກເງິນທີ່ຝາກເງິນໄວ້ນໍາສະມາຊິກຂອງ ສຳ​ນັກ​ງ​ສານ​ປົກ​ປ້ອງ​ເງິນ​ຝາກ ໃນວົງເງິນປົກປ້ອງທີ່ກໍານົດໄວ້ຕາມລະບຽບການ.

ໃນ​ພິ​ການ​ເຜີຍ​ແຜ່​ຄັ້ງ​ນີ້ ທ່ານ ນ ດາວ​ມະ​ນີ​ວອນ ວິ​ໄລ​ວຽງ ​ໄດ້​ຍົກ​ໃຫ້​ເຫັນ​ສະ​ພາບ​ລວມ ແ​ລະ ເນື້ອ​ໃນ​ຄວາມ​ສຳ​ຄັນຂອງ​ດຳ​ລັດ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ເງິນ​ຝາກ. ໃນ​ນັ້ນ ທ່ານ ນ ດາວ​ມະ​ນີ​ວອນ ວິ​ໄລ​ວຽງ ໄດ້​ອະ​ທິ​ບາຍ ແລະ ລົງ​ເລິກ ​ໃນ 10 ໝວດ ແລະ 58 ມາດ​ຕາ ຂອງ​​ດຳ​ລັດ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ເງິນ​ຝາກ.

ຜ່ານ​ການ​ເຜີມ​ແຜ່​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້ບັນດາທ່ານ ຄູອາຈານ ພ້ອມ​ດ້ວຍນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ​ຄວາມ​ສຳ​ຄັນ​ຂອງວຽກງານປົກປ້ອງເງິນຝາກ ເປັນ​ຕົ້ນ​ແມ່ນ ສິດ ​ແລະ ໜ້າ​ທີ ຂອງ​ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ, ສິດ ​ແລະ ໜ້າ​ທີຂອງ​ສະ​ມາ​ຊິກ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ແລະ ສິດ ​ແລະ ໜ້າ​ທີຂອງ​ຜູ້​ຝາກ​ເງິນ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ.

ຂ່າວສານ