ໃນ​ວັນ​ທີ 04 ກຸມ​ພາ 2019, ທີ່​ໂຮງ​ແຮມ​ແດນ​ມາກ, ນະ​ຄອນຫຼວງວງ​ຈັນ​ວັນ​ທີ ໄດ້​ຈັດ​ພິ​ທີ ສະ​ເຫຼີມ​ສະ ຫຼອງວັນ​ສ້າງ​ຕັ້ງ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ( ສ​ປງ ) ຂື້ນ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ນ ແສງດາວ​ວີ ວົງ​ຄຳ​ຊາວ ຫົວ​ໜ້າ​ສຳ​ນັກ​ງານ​ປົກ​ປ້ງ​ເງິນ​ຝາກ ໃຫ້​ກຽດ​ເຂົ້າ​ຮ່ວມ​ພິ​ທີ ໃນ​ຄັ້ງ​ນີ້ ມີ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ​​ການທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ. ນອກ​ຈາກນີ້ ສະ​ພາ​ບໍ​ລິ​ຫານ, ອາ​ດີດ​ສະ​ພາ​ບໍ​ລິ​ຫານ, ພະ​ນັກ​ງານ ສ​ປງ, ອາ​ດີດ​ພະ​ນັກ​ງານ ສ​ປງ, ຕາງ​ໜ້າ​ບັນ​ດາ​ກົມ​ອ້ອມ​ຂ້າງ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ແລະ ຕາງ​ໜ້າ​ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ເປັນ​ສະ​ມາ​ຊິກ ກໍ່​ໄດ້​​ເຂົ້າ​ຮ່ວມ.

ໃນ​ພິ​ທີ, ທ່ານ​ ນ ແສງ​ດາວ​ວີ ວົງ​ຄຳ​ຊາວ ໄດ້​ຂື້ນ​ຜ່ານ​ບົດ​ລາຍ​ງານ​ຫຍໍ້​ຜົນ​ງານ 20 ປີ ຂອງ ສ​ປງ ຊຶ່ງ​ມີ​ບາງ​ຕອນ​ທ່ານ ໄດ້​ກ່າວ​ວ່າ: ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ໃນ​ຊື່​ເດີມ​ແມ່ນ  ກອງ​ທຶນ​ປົກ​ປ້ອງ​ຜູ້​ຝາກ​ເງິນ ຖືກ​ສ້າງ​ຕັ້ງ​ຂື້ນ​ໃນປີ 1999 . ຕໍ່​ມາ, ເນື່ອງ​ຈາກ​ເຫັນ​ໄດ້​ເຖິງ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ປົກ​ປ້ອງ​ເງິນ​ຝາກ, ຄະ​ນະ​ພັກ-ຄະ​ນະ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ຈຶ່ງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃຫ້​ປັບ​ປຸງ ແລະ ຍົກ​ລະ​ດັບ​ກົດ​ລະ​ບຽບ​ວ່າ​ດ້ວຍ ກອງ​ທຶນ​ປົກ​ປ້ອງ​ຜູ້​ຝາກ​ເງິນ ຂື້ນ​ເປັນ​ດຳ​ລັດ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ເງິນ​ຝາກ ຊຶ່ງ​ຖືກ​ຮັບ​ຮອງ​ໃນ​ວັນ​ທີ 25 ຕຸ​ລາ 2017 ແລະ ໄດ້​ປ່ຽນ​ຊື່​ຈາກ ກອງ​ທຶນ​ປົກ​ປ້ອງ​ຜູ້​ຝາກ​ເງິນ ມາ​ເປັນ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ຂຽ​ຫ​ຍໍ້ວ່າ ສ​ປງ  ແລະ ພາ​ສາ​ອັງ​ກິນ​ແມ່ນ Deposit Protection office ຫຼື  DPO.

ຕະຫຼອດໄລຍະ 20 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສໍານັກງານປົກປ້ອງເງິນຝາກ ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ສິດ ຈາກຄະນະພັກ-ຄະນະຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍສະພາບໍລິຫານ, ສໍານັກງານປົກປ້ອງເງິນຝາກ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ມີຜົນສໍາເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຕາມທີ່ໄດ້ຮັບມອບໝາຍ ເຊິ່ງສະແດງໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນແຕ່ລະດ້ານ ດັ່ງນີ້:

  1. ດ້ານການປັບປຸງກົງຈັກ-ການຈັດຕັ້ງ:​ ນັບແຕ່ເດືອນ ມັງກອນ ປີ 2019 ເປັນຕົ້ນມາ, ໄດ້ຫັນປ່ຽນສະຖານະພາບຈາກກອງທຶນປົກປ້ອງຜູ້ຝາກເງິນ ມາເປັນສໍານັກງານປົກປ້ອງເງິນຝາກ ມີຖານະທຽບເທົ່າກົມ; ໄດ້ສໍາເລັດການສ້າງ ແລະ ປັບປຸງກົງຈັກການຈັດຕັ້ງຈໍານວນໜຶ່ງ ຄື: ໂຄງປະກອບສະພາບໍລິຫານເພີ່ມຈາກ 5 ທ່ານ ມາເປັນ 7 ທ່ານ, ຂະຫຍາຍພະແນກການເພີ່ມຈາກ 3 ພະແນກ ມາເປັນ 4 ພະແນກ.
  2. ດ້ານວຽກງານພັກ-ພະນັກງານ: ສໍານັກງານປົກປ້ອງເງິນຝາກ ເຄື່ອນໄຫວວຽກງານຕາມດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໂດຍມີສະພາບໍລິຫານ ສໍານັກງານປົກປ້ອງເງິນຝາກ ເປັນການຈັດຕັ້ງສູງສຸດ ມີພາລະບົດບາດຊີ້ນໍາ-ນໍາພາທຸກການເຄື່ອນໄຫວຂອງສໍານັກງານປົກປ້ອງເງິນຝາກ, ມີຄະນະໜ່ວຍພັກ-ຄະນະສໍານັກງານ ເປັນຜູ້ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດຕົວຈິງ.
  3. ດ້ານວຽກງານນິຕິກໍາ:  ສໍານັກງານປົກປ້ອງເງິນຝາກ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ສອດຄ່ອງກັບລະບຽບຫຼັກການລວມ ໃນແຕ່ລະໄລຍະດັ່ງນີ້:
  4. ແຕ່ປີ 1999-2014, ສ້າງບັນດາກົດລະບຽບພາຍໃນ, ຂໍ້່ກໍານົດ ແລະ ຂໍ້ຕົກລົງ ລວມທັງໝົດ 43 ສະບັບ ໃນນັ້ນມີ ກົດລະບຽບ 4 ສະບັບ, ຂໍ້ກໍານົດ 10 ສະບັບ, ຂໍ້ຕົກລົງ 29 ສະບັບ
  5. ແຕ່ປີ 2015 – ເຖິງປັດຈຸບັນ ສ້າງດໍາລັດ, ຂໍ້ຕົກລົງ ແລະ ນິຕິກໍາກ່ຽວກັບວຽກງານປົກປ້ອງເງິນຝາກ ລວມທັງໝົດ 19 ສະບັບ ໃນນັ້ນມີ ດໍາລັດ 1 ສະບັບ, ຂໍ້ຕົກລົງ 16 ສະບັບ, ລະບຽບ 1 ສະບັບ ແລະ MOU 1 ສະບັບ
  6. ດ້ານສະມາຊິກ: ໃນປີ 2000 ສໍານັກງານປົກປ້ອງເງິນຝາກ ໄດ້ເລີ່ມເຄື່ອນໄຫວຮັບເອົາທະນາຄານທຸລະກິດ ເຂົ້າເປັນສະມາຊິກ ຂອງຕົນ ຈຳນວນ 7 ທະນາຄານ, ມາຮອດເດືອນ 06 ປີ 2019 ສະມາຊິກເພີ່ມຂຶ້ນ ຈໍານວນ 34 ທະນາຄານ ລວມເປັນທັງໝົດ 41 ທະນາຄານ.
  7. ດ້ານຖານະການເງິນ: ນັບແຕ່ປີ 2007 ພາຍຫຼັງທີ່ສໍານັກງານປົກປ້ອງເງິນຝາກ ໄດ້ຫັນໄປສູ່ເອກະລາດທາງດ້ານການເງິນ, ການເຄື່ອນໄຫວວຽກງານ ແມ່ນມີຄວາມຄ່ອງຕົວດີຂຶ້ນ. ຮອດເດືອນ 6 ປີ 2019 ມີຍອດຊັບສິນ-ໜີ້ສິນ ແລະ ທຶນ, ການບໍລິຫານທຶນ ແລະ ລາຍຮັບສຸດທິ ທຽບໃສ່ປີ 2007 ເພີ່ມຂຶ້ນເປັນລຳດັບ
  8. ດ້ານວຽກງານຮ່ວມມືສາກົນ: ນັບແຕ່ປີ 2007 ມາເຖິງປັດຈຸບັນ, ສໍານັກງານປົກປ້ອງເງິນຝາກ ໄດ້ມີການຮ່ວມມືກັບບັນດາປະເທດທີ່ມີລະບົບປະກັນໄພເງິນຝາກ ຈໍານວນ 5 ປະເທດຄື: ປະກັນໄພເງິນຝາກຍີ່ປຸ່ນ, ປະກັນໄພເງິນຝາກຫວຽດນາມ, ສະຖາບັນຄຸ້ມຄອງເງິນຝາກໄທ, ປະກັນໄພເງິນຝາກ ສ.ເກົາຫຼີ ແລະ ປະກັນໄພເງິນຝາກອິນໂດເນເຊຍ

ຜ່ານໄລຍະ 20 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງ ສໍານັກງານປົກປ້ອງເງິນຝາກ ພາຍໃຕ້ການຊີ້ນໍາ ຂອງການນໍາແຕ່ລະຮຸ່ນ ສໍານັກງານປົກປ້ອງເງິນຝາກ ສາມາດປະຕິບັດນະໂຍບາຍ, ມະຕິ ແລະ ຄໍາສັ່ງຂອງພັກ-ລັດຖະບານ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ ແລະ ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ໃນແຕ່ລະໄລຍະມີຜົນສໍາເລັດເປັນຢ່າງດີ

ຫຼັງ​ຈາກນັ້ນ ທ່ານ ສອນ​ໄຊ ສິດ​ພະ​ໄຊ ທ່ານ​ຜູ້​ວ່າ​ການ ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ໄດ້​ໃຫ້​ກຽດ ໂອ້​ລົມ ຕໍ່​ພິ​ທີ​ໃນ​ຄັ້ງ​ນີ້: ກ່ອນ​ອື່ນ ທ່ານ ໄດ້​ຊົມ​ເຊີຍ​ຜົນ​ງານ 20 ປີ ທີ່​ ສ​ປງ ສາ​ມາດ​ຍາດ​ມາ​ໄດ້. ພ້ອມ​ດຽວ​ກັນ​ນີ້ ທ່ານ ສອນ​ໄຊ ​ສິດ​ພະ​ໄຊ ຍັງ​ໄດ້​ເໜັ້ນ​ໃຫ້ ​ສ​ປງ ຕ້ອງໄດ້​ເພີ່ມ​ທະ​ວີ​ຄວາມ​ເອົາ​ໃຈ​ໃສ່​ຕື່ມ​ບາງ​ດ້ານ ດັ່ງ​ນີ້:

  1. ຍົກ​ສູງວຽກ​ງານ​ການ​ເມືອງ​-ແນວ​ຄິດ, ກຳ​ແໜ້ນ ແລະ ເຊື່ອມ​ຊຶມ​ບັນ​ດາ​ແນວ​ທາງ​ນະ​ໂຍ​ບາຍ, ມະ​ຕິ​ຄຳ​ສັ່ງຂອງ​ພັກ ແລະ ລັດ, ຫັນ​ເອົາ​ແນວ​ທາງ​ນະ​ໂຍ​ບາຍ​ກາຍ​ເປັນ​ແຜນ​ການ, ແຜນ​ງານ​ໃຫ້​ກາຍ​ເປັນ​ຄວາມ​ຮັບ​ຜິດ​ຊອບ ຂອງ​ຂະ​ແໜງ​ການ​ຕົນ; ເອົາ​ໃຈ​ໃສ່ສະ​ກັດ​ກັ້ນ ແລະ ຕີ​ຖອຍ​ແນວ​ຄິດ​ຮັກ​ສາ​ເດີມ, ແນວ​ຄິດ​ແບບ​ສະ​ເລ່ຍ​ປຽບ​ທຽບ​ຊັ່ງ​ຊາ, ແລ່ນ​ນຳ​ແຕ່​ປະ​ລິ​ມານ ບໍ່​ມີ​ຄຸນ​ນະ​ພາບ ແລະ ຕີ​ລາ​ຄາ​ແບບ​ລວມໆ;
  2. ຕັ້ງ​ໜ້າ​ປັບ​ປຸງກໍ່​ສ້າງ​ພັກ​ຕາມ​ລະ​ບຽບ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ, ປະ​ຕິ​ບັດ​ແບບ​ແຜນ​ການ​ນຳ​ພາ​ຕາມຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ເຮັດ​ວຽກ​ເປັນ​ໝູ່​ຄະ​ນະ​ຢ່າງ​ເຂັ້ມ​ງວດ, ຍົກ​ສູງ​ຄວາມ​ເປັນ​ແບບ​ຢ່າງ​ນຳ​ໜ້າ, ອອກ​ແຮງ​ປັບ​ປຸງກໍ່​ສ້າງ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ, ໜັກ​ແໜ້ນ ແລະ ເຂັ້ມ​ແຂງ ເພື່ອ​ຍົກ​ສູງ​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ຕົນ​ຢ່າງ​ແທ້​ຈິງ.
  3. ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ສ້າງ ແລະ ປັບ​ປຸງບັນ​ດາ​ນິ​ຕິ​ກຳ ໃຫ້​​ມີ​ຄວາມ​ຄົບ​ຖ້ວນ, ຮັດ​ກຸມ ແລະ ສອດ​ຄ່ອງ ໃນ​ແຕ່​ລະ​ໄລ​ຍະ ​ເພື່ອ​ເປັນເຄື່ອງ​ມື ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ປົກ​ປ້ອ​ງເງິນ​ຝາກ ໃຫ້​ມີ​ຄວາມ​ຄ່ອງ​ຕົວ ແລະ ມີ​ປະ​ສິດ​ທິ​ພາບ​ສູງ;
  4. ພັດທະນາລະບົບເກັບກໍາຂໍ້ມູນເງິນຝາກ ແລະ ລະບົບການຈ່າຍເງິນປົກປ້ອງໃຫ້ທັນສະໄໝ ເພື່ອສາມາດເກັບກໍາຂໍ້ມູນຮອບດ້ານໄດ້ຢ່າງຄົບຖ້ວນ-ຊັດເຈນ ພ້ອມ​ທັງ​ຮັບ​ປະ​ກັນ​ການ​ຈ່າຍ​ເງິນ​ປົກ​ປ້ອງ​ໃຫ້​ຜູ້​ຝາກ​ເງິນ ໃນ​ເວ​ລາ​ເກີດ​ມີ​ສະ​ຖາ​ບັນ​ການ​ເງິນ​ລົ້ມ​ລະ​ລາຍ ໄດ້​ທັນ​ຕາມ​ກຳ​ນົດ​ເວ​ລາ.
  5. ໂຄສະນາເຜີຍແຜ່ວຽກງານປົກປ້ອງເງິນຝາກ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເປັນ ເອກະພາບ ກ່ຽວກັບພາລະບົດບາດ-ໜ້າ​ທີ່ ຂອງສໍານັກງານປົກປ້ອງເງິນຝາກ ແລະ ສິດຜົນປະໂຫຍດ ຂອງຜູ້ຝາກເງິນ.

               ໃນ​ພິ​ທີ​ດັ່ງ​ກ່າວ​ຍັງ​ໄດ້​ຈັດ​ພິ​ທີ ມອບ​ໃບ​ຍ້ອງ​ຍໍ ແລະ ໃບ​ຊົ​ມ​ເຊີມ​ໃຫ້​ແກ່ ບັນ​ດາ​ທະ​ນາ​ຄານ​ທີ່​ເປັນ​ສະ​ມາ​ຊິກ ທີ່​ມີ​ຜົນ​ງານ​ດີ ແລະ ດີ​ເດັ່ນ​ໃນ​ໄລ​ຍະ​ຜ່ານມ​ມາ.

ຂ່າວສານ