3


ແຂ່ງຂັນກິລາມິດຕະພາບ

ເນື່ອງ​ໃນ​ໂອ​ກາດ ວັນ​ສ້າງ​ຕັ້ງ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ຄົບ​ຮອບ 20 ປີ

ໃນ​ວັນ​ທີ 28 ກັນ​ຍາ 2019, ຢູ່​ທີ່​ເດີ່ນ​ເຕະ​ບານ​ສະ​ຖາ​ບັນ​ການ​ທະ​ນາ​ຄານ ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ໄດ້​ຈັດການ​ແຂ່ງ​ຂັນ​ກິ​ລາ​ບານ​ເຕະ​ມິດ​ຕະ​ພາບ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ຄົບ​ຮອບ 20 ປີ ລະ​ຫວ່າງ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ ແລະ ​ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດ ທີ່​ເປັນ​ສະ​ມາ​ຊິກຂອງ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ​ຂື້ນ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ຄຳ​ໄຊ ພົມ​ມະ​ວີ ຮອງ​ຫົວ​ໜ້າ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ, ເປັນ​ກຽດ​ເຂົ້າ​ຮ່ວມ​ໃນ​ງານ​ຄັ້ງນີ້ ມີ ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ, ທ່ານ ພຸດ​ທະ​ໄຊ ສີ​ວິ​ໄລ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ທັງ​ເປັນ​ປະ​ທານ​ສະ​ພາ​ບໍ​ລິ​ຫານ ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ, ທ່ານ ນ ແສງດາວ​ວີ​ ວົງ​ຄຳ​ຊາວ ຫົວ​ໜ້າ​ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ. ນອກ​ຈາກນີ້​ ສະ​ມາ​ຊິກ​ສະ​ພາ​ບໍ​ລິ​ຫານ, ອາ​ດີດ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ, ພະ​ນັກ​ງານ​ສຳ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ, ຕາງ​ໜ້າບັນ​ດາ​ກົມ​ອ້ອມ​ຂ້າງ ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ແລະ ຕາງ ​ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ເປັນ​ສະ​ມາ​ຊິກ ກໍ​ໄດ້​ເຂົ້າ​ຮ່ວມ.

ໃນພິທີ ທ່ານ ຄຳໄຊ ພົມມະວີ ໄດ້ຜ່ານປະຫວັດຄວາມເປັນມາໂດຍຫຍໍ້ຂອງ ສຳນັກງານປົກປ້ອງເງິນຝາກ ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ: ວັນທີ 23 ກັນຍາ 1999 ເປັນວັນສ້າງຕັ້ງສໍານັກງານປົກປ້ອງເງິນຝາກ (ຫຼື ກອງທຶນປົກປ້ອງຜູ້ຝາກເງິນ) ເຊິ່ງລັດຖະບານໄດ້ຮັບຮອງເອົາຢ່າງເປັນທາງການ ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ວ່າດ້ວຍການສ້າງຕັ້ງກອງທຶນປົກປ້ອງຜູ້ຝາກເງິນ ສະບັບເລກທີ 1285/ກງ ລົງວັນທີ 23 ກັນຍາ 1999. ກ່ອນຈະປ່ຽນມາເປັນສໍານັກງານປົກປ້ອງເງິນຝາກ ຕາມຂໍ້ຕົກລົງຂອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ວ່າດ້ວຍການສ້າງຕັ້ງສໍານັກງານປົກປ້ອງເງິນຝາກ ສະບັບເລກທີ 52/ທຫລ, ລົງວັນທີ 16 ມັງກອນ 2019. ມາໃນປີນີ້, ແມ່ນໄດ້ໝູນວຽນຄົບຮອບ 20 ປີ ພໍດີ, ສໍານັກງານປົກປ້ອງເງິນຝາກ ໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນ ຕາມແນວທາງນະໂຍບາຍທີ່ພັກ ແລະ ລັດໄດ້ມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດເປັນກ້າວໆ ອັນໄດ້ປະກອບ ສ່ວນໃນການຮັກສາສະຖຽນລະພາບ ແລະ ພັດທະນາລະບົບສະຖາບັນການເງິນຂອງ ສປປ ລາວ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ລະບົບສະຖາບັນການເງິນ.

ຫຼັງຈາກນັ້ນ, ໄດ້ມີການແຂ່ງຂັນກິລາມິດຕະພາບຂື້ນລະຫວ່າງ ສຳນັກງານປົກປ້ອງເງິນຝາກ ແລະ ທະນາຄານທີ່ເປັນສະມາຊິກ.

ຜ່ານການແຂ່ງຂັນກິລາດັ່ງກ່ວາໄດ້ເຮັດໃຫ້ບັນຍາກາດຟົດພື້ນພໍສົມຄວນ ແລະ ເຕັມໄປດ້ວຍຄວາມສາມັກຄີ ແລະຜົນການແຂ່ງຂັນແມ່ນ ທາງ ສຳນັກງານປົກປ້ອງເງິນຝາກ ສາມາດ ເອົາຊະນະທິມປະສົມຈາກ ທະນາຄານທຸລະກິດທີ່ເປັນສະມາຊິກ ຈຳນວນ 3-0.

ໂດຍ: ຖານົງໄຊ ແຈ້ງພົມມາ

ຂ່າວສານ