ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກໃຫ້ແກ່ບັນດາອົງການຈັດຕັ້ງພັກ-ລັດ ແລະ ບັນດາບ້ານອ້ອມຂ້າງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2020 ທີ່ສະໂມສອນເມືອງດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ແລະ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ (ສປງ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ທ່ານ ນາງ ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ ໄດ້ຍົກໃຫ້ເຫັນ ຄວາມເປັນມາຂອງ ສປງ (ກອງທຶນປົກປ້ອງຜູ້ຝາກເງິນໃນເມື່ອກ່ອນ) ໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ກັນຍາ 1999 ເປັນການຈັດຕັ້ງການເງິນຂອງລັດ, ມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ຊຶ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ສະພາບໍລິຫານ ສປງ ແລະ ທຫລ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ເປັນສ່ວນໜຶ່ງທີ່ມີຄວາມສໍາຄັນ ໃນຕາໜ່າງຄວາມປອດໄພ ຂອງຂະແໜງການເງິນ ແລະ ວຽກງານສໍາຄັນອື່ນໆ ທີ່ຕິດພັນກັບຂະແໜງການທະນາຄານ ແລະ ສະຖາບັນການເງິນຢູ່ ສປປ ລາວ. ພ້ອມນັ້ນ, ຍັງໄດ້ນໍາສະເໜີຄວາມຈໍາເປັນຂອງການສ້າງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນການຍົກບົດບາດທາງດ້ານການຈັດຕັ້ງຂອງ ສປງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ລະບົບສະຖາບັນການເງິນ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນ ຢູ່ ສປປ ລາວ; ພ້ອມກັນນັ້ນ, ຍັງຍົກໃຫ້ເຫັນກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ ໃນເມື່ອກ່ອນສະບັບເລກທີ 283/ທຫລ, ລົງວັນທີ 30 ສິງຫາ 1999 ທີ່ມີບາງມາດຕາຍັງມີຂໍ້ຈໍາກັດ ແລະ ບໍ່ສອດຄ່ອງກັບນິຕິກໍາອື່ນ ທີ່ກ່ຽວຂ້ອງທັງພາກພື້ນ ແລະ ສາກົນ. ນອກນີ້, ຍັງນໍາສະເໜີພາບລວມຂອງ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ແລະ ເນື້ອໃນບາງມາດຕາທີ່ສໍາຄັນຈໍານວນໜຶ່ງ.

ທ່ານ ນາງ ແສງດາວວີ ວົງຄໍາຊາວ ໄດ້ຕີລາຄາສູງຕໍ່ຜົນສໍາເລັດການເຊື່ຶອມຊຶມດໍາລັດໃນຄັ້ງນີ້ ແລະ ເປັນຄັ້ງທໍາອິດທີ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກໄດ້ນໍາມາຈັດຕັ້ງເຜີຍແຜ່ ໃຫ້ອໍານາດການປົກຄອງທ້ອງຖິ່ນຮັບຊາບ, ເຂົ້າໃຈ ແລະ ນໍາໄປເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າຢູ່ບ້ານຂອງຕົນ ແລະ ຜ່ານການເຜີຍແຜ່ດໍາລັດສະບັັບນີ້ແລ້ວ ເຊື່ອໝັ້ນວ່າຈະເປັນການເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈຈະແຈ້ງຕໍ່ກັບວຽກງານການປົກປ້ອງເງິນຝາກ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ທັງປະກອບສ່ວນສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຝາກເງິນຕໍ່ລະບົບສະຖາບັນການເງິນຢູ່ ສປປ ລາວ ນັບມື້ນັບສູງຂຶ້ນ.