ໃນຕອນບ່າຍວັນທີ 17 ກັນຍາ 2020, ໄດ້ຈັດພິທີເຜີຍແຜ່ບັນດານິຕິກໍາທີ່ຕິດພັນກັບວຽກງານປົກປ້ອງເງິນຝາກ ໃຫ້ແກ່ບັນດາທະນາຄານທຸລະກິດ ທີ່ເປັນສະມາຊິກ ພາຍໃຕ້ການເປັນປະທານຂອງທ່ານ ນ ແສງດາວວີ ວົງຄຳຊາວ ຫົວໜ້າສຳນັກງານປົກປ້ອງເງິນຝາກ. ເຂົ້າຮ່ວມໃນພິທີໃນຄັ້ງນີ້ ມີຄະນະສຳນັກງານປົກປ້ອງເງິນຝາກ, ຄະນະພະແນກ ແລະ ພະນັກງານ ສຳນັກງານປົກປ້ອງເງິນຝາກ, ຄະນະອຳນວຍການ ແລະ ຕາງໜ້າທະນາຄານທຸລະກິດ ຈຳນວນ 40 ກ່ວາທະນາຄານ ຊຶ່ງລວມມີທັງໝົດ 100 ກ່ວາທ່ານເຂົ້າຮ່ວມໃນງານຄັ້ງນີ້. ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ມີຄວາມສໍາຄັນຫລາຍສໍາລັບ ສປງ ກໍ່ຄື ຜູ້ອອກລະບຽບຄຸ້ມຄອງ ແລະ ສໍາລັບສະມາຊິກ ກໍ່ຄືຜູ້ຈັດຕັ້ງປະຕິບັດ ເພື່ອຮັບປະກັນວ່າການປະກາດນໍາໃຊ້ບັນດານິຕິກໍາຕ່າງໆມີຄວາມສັກສິດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ເຊິ່ງນິຕິກໍາທີ່ເຜີຍແຜ່ຄັ້ງນີ້ ປະກອບມີ 2 ຂໍ້ຕົກລົງຄື:

 1). ຂໍ້ຕົກລົງວ່າດ້ວຍອັດຕາເບ້ຍປະກັນເງິນຝາກ ເລກທີ 1196/ທຫລ ລົງວັນທີ 31 ທັນວາ 2019, 2). ຂໍ້ຕົກລົງວ່າດ້ວຍວົງເງິນປົກປ້ອງ ເລກທີ 1197/ທຫລ ລົງວັນທີ 31 ທັນວາ 2019 ໃຫ້ກຽດນໍາສະເໜີໂດຍ ທ່ານ ຄຳໄຊ ພົມມະວີ ຮອງຫົວໜ້າ ສຳນັກງານປົກປ້ອງເງິນຝາກ ແລະ 2 ແຈ້ງການຄື: 1). ແຈ້ງການແນະນໍາ ກ່ຽວກັບການຄິດໄລ່ ແລະ ການຈ່າຍເບ້ຍປະກັນເງິນຝາກ ເລກທີ 04/ສປງ, ລົງວັນທີ 13 ມັງກອນ 2020 2). ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ຢັ້ງຢືນການເປັນສະມາຊິກ ຂອງສໍານັກງານປົກປ້ອງເງິນຝາກ ເລກທີ 01/ສປງ, ລົງວັນທີ 06 ກໍລະກົດ 2020. ເຊິ່ງນໍາະເໜີໂດຍ ທ່ານ ວົງເພັດ ໂງ່ນພະຈັນ ຫົວໜ້າພະແນກ ວິເຄາະ ແລະ ຄຸ້ມຄອງການຈ່າຍເງິນປົກປ້ອງ. ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນນີ້, ທັງສອງຝ່າຍ ສປງ ແລະ ບັນດາຜູ້ຕາງໜ້າຈາກທະນາຄານທຸລະກິດ ທີ່ເປັນສະມາຊິກ ໄດ້ມີການແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ຕິດພັນກັບການຈັດຕັ້ງປະຕິ ບັດນິຕິກໍາທີ່ປະກາດນໍາໃຊ້ ທັງໃນໄລຍະຜ່ານມາ ກໍ່ຄືປະຈຸບັນ ເຮັດໃຫ້ບັນຍາກາດຂອງການເຜີຍແຜ່ຄັ້ງນີ້ ມີຄວາມຟົດຟື້ນດີ ແລະ ເປັນປະໂຫຍດຢ່າງຫລວງຫລາຍໃຫ້ແກ່ ສປງ ໃນການນໍາໄປຄົ້ນຄວ້າ ພິຈາລະນາກ່ຽວກັບການອອກນິຕິກໍາອື່ນໆໃນອານາຄົດ.

ຂ່າວສານ