ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ ສໍາ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ (ສປງ) ຄົບຮອບ 21 ປີ (ວັນ​ທີ 23 ກັນຍາ 1999-ວັນ​ທີ 23 ກັນຍາ 2020) ສປງ ໄດ້​ຈັດຕັ້ງ​ພິທີມອບ-ຮັບໃບຢັ້ງຢືນການເປັນສະມາຊິກຄືນໃໝ່ ໃຫ້ບັນດາທະນາຄານທຸລະກິດທີ່ເປັນສະມາຊິກ ພ້ອມທັງຜ່ານບົດ​ສະ​ຫຼຸບ​ການເຄື່ອນໄຫວ​ວຽກ​ງານ 9 ເດືອນ​​ຂອງ ປີ 2020 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາ 2020 ຢູ່ທີ່​ສະ​ຖາ​ບັນ​ການ​ທະນາຄານ ທະນາຄານ​ແຫ່ງ ສປປ ລາວ (ທຫລ) ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ພຸດ​ທະ​ໄຊ ສີວິໄລ ກໍາ​ມະ​ການ​ປະ​ຈໍາ​ພັກ ຮອງ​ຜູ້​ວ່າການ ທຫລ ປະທານ​ສະພາ​ບໍລິຫານ ສປງ; ທ່ານນາງ ແສງ​ດາວວີ ວົງ​ຄໍາ​ຊາວ ກໍາ​ມະ​ການ​ພັກ ທຫລ  ຫົວໜ້າ ສປງ ແລະ ມີ​ຄະ​ນະ​ກໍາ​ມະ​ການ​ສະພາ​ບໍລິຫານ,  ຄະນະ ສປງ, ຄະນະ​ກົມ​ພາຍ​ໃນ  ທຫລ, ຕາງໜ້າ​ທະນາຄານ​ທຸລະກິດ​ ຫຼາຍກວ່າ 40 ແຫ່ງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 ໃນ​ໂອກາດ​ນີ້; ທ່ານ ນາງ ແສງ​ດາວວີ ວົງ​ຄໍາ​ຊາວ ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ການເຄື່ອນ ໄຫວ​ວຽກງານປົກປ້ອງເງິນຝາກ ໃນໄລຍະຜ່ານ​ມາ ໂດຍ​ສະເພາະ 9 ເດືອນ​ຂອງ​ປີ 2020.  ພາຍໃຕ້​ການ​ຊີ້​ນໍາ-ນໍາ​ພາ​ຢ່າງ​ໃກ້ຊິດຈາກ​ຄະນະ​ພັກ​-​ຄະນະຜູ້​ວ່າການ ທຫລ ກໍ​ຄື​ສະພາ​ບໍລິຫານ, ສປງ ມີ​ຄວາມ​ເຕີບ​ໃຫຍ່​ຂະຫຍາຍຕົວ ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ຈາກ​ການ​ປະຕິບັດໜ້າທີ່​ການເມືອງ​ຂອງ​ຕົນ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ ຊຶ່ງ​ສະແດງ​ໃຫ້​ເຫັນ​ຜົນງານ ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ​ເຊັ່ນ: ໄດ້​ສໍາ​ເລັດ​ການ​ປັບປຸງ​ແຜນ​ຍຸດທະສາດ​ໄລຍະ 10 ປີ 2016-2025 ແລະ ວິ​ໄສ​ທັດ​ຮອດ​ປີ 2030 ເຂົ້າ​ໃນ​ແຜນ​ຍຸດທະສາດ​ລວມ​ຂອງ​ຂະແໜງການ​ເງິນ​-​ເງິນຕາ​ຂອງ ສປປ ລາວ, ສໍາ​ເລັດ​ການ​ສ້າງ ແລະ ອອກ​ນິຕິ​ກໍາຈໍາ​ນວນ​ໜຶ່ງ ເພື່ອ​ຮັບ​ໃຊ້​ການເຄື່ອນໄຫວ​ວຽກ​ງານ​ປົກ​ປ້ອງ​ເງິນ​ຝາກ ເປັນຕົ້ນ​ອອກ​ຂໍ້​ຕົກລົງ ວ່າ​ດ້ວຍ​ອັດຕາ​ເບ້ຍ​ປະກັນ​ເງິນ​ຝາກ, ຂໍ້​ຕົກລົງ ວ່າ​ດ້ວຍ​ວົງ​ເງິນ​ປົກ​ປ້ອງ​ໄດ້​ປັບ​ຈາກ 3 ສະກຸນ​ເງິນ ( 28 ລ້ານ​ກີບ, 36 ພັນ​ບາດ ແລະ 1.200 ໂດ​ລາ​) ມາ​ເປັນ​ລວມ​ທຸກ​ສະກຸນ​ເງິນ ທຽບ​ເທົ່າ​ກີບ ຈໍານວນ 50.000.000 (ຫ້າສິບ) ລ້ານ​ກີບ ຕໍ່​ຜູ້​ຝາກ​ເງິນ​ໜຶ່ງ​ລາຍ ຕໍ່​ສະມາຊິກ​ໜຶ່ງ​ແຫ່ງ; ແຈ້ງ​ການ​ແນະ​ນໍາ ​ວິທີ​ການ​ຄິດໄລ່ ແລະ ການ​ຈ່າຍ​ເບ້ຍ​ປະກັນ​ເງິນ​ຝາກ; ຄໍາ​ແນະ​ນໍາກ່ຽວກັບ​ການ​ຄຸ້ມ​ຄອງ ແລະ ຢັ້ງຢືນ​ການ​ເປັນ​ສະມາຊິກ ສປງ. ນອກ​ນີ້, ຍັງ​ໄດ້​ອອກ​ຂໍ້​ຕົກລົງວ່າດ້ວຍການ​ຮັບ​ເອົາ​ທະນາຄານ ໄຕ້​ຫວັນ ໂຄ​ໂອ​ເປີ​ເຣ​ທິບ ຈໍາ​ກັດ ສາຂາ​ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ເປັນ​ສະມາຊິກ ທີ 41 ຂອງ ສປງ ແລະ ໄດ້​ອອກ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຮັບ​ເອົາ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ ປະ​ຕູ​ຄໍາ ເຂົ້າ​ເປັນ​ສະມາຊິກ​ແຫ່ງ​ທໍາ​ອິດ​ຂອງ ສປງ. ດ້ານ​ວຽກ​ງານ​ໂຄສະນາ ສປງ ສໍາ​ເລັດ​ການ​ຄົ້ນຄວ້າ ແລະ ພັດທະນາ​ເວັບ​ໄຊ​  ພ້ອມ​ທັງ​ກະກຽມ​ຂໍ້​ມູນ​ຂ່າວ ສານ ເພື່ອ​ເຜີຍແຜ່​ລົງ​ເວັບ​ໄຊ​  ຂອງ ສປງ ແລະ  ຄາດ​ຄະເນ​ວ່າ ຈະ​ເຜີຍແຜ່​ສູ່​ສັງຄົມ​ຮັບຮູ້​ ໃນຕົ້ນ​ປີ 2021.

ໃນ​ໂອກາດ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ ສປງ ຄົບ ຮອບ 21 ປີ, ທ່ານ​ຫົວໜ້າ ສປງ ໄດ້​ໃຫ້​ກຽດ​ມອບ​ໃບ​ຢັ້ງ ຢືນ​ການ​ເປັນ​ສະມາຊິກ​ຄືນໃໝ່​ ໃຫ້​ແກ່​ສະມາຊິກ​ທີ່​ເປັນ​ທະນາຄານ​ທຸລະ​ກິດ​ຂອງ ສປງ ຈໍາ​ນວນ 41 ແຫ່ງ ເພື່ອ​ປ່ຽນແທນ​ໃບ​ຢັ້ງຢືນສະບັບ​ເກົ່າ ພາຍຫຼັງ ສປງ ໄດ້​ປະ​ກາດ​ນໍາ​ໃຊ້​ສັນຍາ​ລັກ (Logo) ​ຂອງ​ຕົນ​ຢ່າງ​ເປັນ​ທາງ​ການ, ຊຶ່ງ​ສະແດງຢູ່​ໃບຢັ້ງຢືນ​ ອັນເປັນ​ສັນຍາ​ລັກ​ບົ່ງ​ບອກ​ວ່າ​ທະນາ​ຄານ​ທຸລະ​ກິດ ຫຼື ສະ​ຖາ​ບັນ​ການ​ເງິນ​ຈຸລະພາກ​ທີ່​ຮັບ​ເງິນ​ຝາກ​ນັ້ນ ເປັນ​ສະມາຊິກ​ທີ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ. ສະນັ້ນ, ຜູ້​ຝາກ​ເງິນ​ສາມາດ​ສັງເກດໄດ້​ຢູ່​ບໍລິເວນ​ປ່ອງບໍລິການ​ລູກ​ຄ້າ​ຂອງ​ທະນາຄານ​ທຸລະ​ກິດ ແລະ ສະ​ຖາ​ບັນ​ການ​ເງິນ​ຈຸນລະພາກ​ທີ່​ຮັບ​ເງິນ​ຝາກ​ດັ່ງ​ກ່າວ. ທ່ານ ພຸດ​ທະ​ໄຊ ສີວິໄລ ໄດ້​ກ່າວ​ສະ​ແດງ​ຄໍາ​ຍ້ອງ​ຍໍ​-​ຊົມເຊີຍຕໍ່​ຜົນງານ​ໃນ​ຫຼາຍດ້ານ​ທີ່ ສປງ ຍາດ​ມາ​ໄດ້​ ໃນໄລຍະ​ຜ່ານ​ມາ ຊຶ່ງ​ເຫັນ​ວ່າ​ກົງຈັກ​ການຈັດຕັ້ງ, ຖານະ​ການ​ເງິນ​ມີ​ການ​ປັບປຸງ ແລະ ພັດທະນາ​ເທື່ອ​ລະ​ກ້າວ, ການ​ສະ​ສົມ​ຄັງ​ປົກ​ປ້ອງມີ​ການ​ເຕີບ​ໃຫຍ່​ຂະຫຍາ​ຍ​ຕົວ​ຂຶ້ນ​ເລື້ອຍໆ ແລະ ການ​ຮ່ວມ​ມື​ສາກົນ​ທັງ​ໃນ​ກອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ໄດ້​ມີ​ການ​ພົວພັນ​ຢ່າງ​ກວ້າງ​ຂວາງ.  ຢ່າງໃດ​ກໍ​ດີ, ເມື່ອ​ທຽບໃສ່​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ວຽກງານ ກໍ​ຄື​ອີງໃສ່​ສະພາບ​ເສດຖະກິດ​ປັດຈຸ​ບັນ ສປງ ຕ້ອງ​ໄດ້​ຕັ້ງໜ້າ​ບຸກ​ບືນຢ່າງ​ແຂງ​ແຮງ​ກ່​ວາ​ເກົ່າ, ໃນ​ນີ້ ຕ້ອງ​ນໍາ​ພາ​ການເມືອງ​ແນວ​ຄິດ​ໃຫ້​ແກ່​ພະນັກງານ​ຢ່າງ​ໜັກ​ແໜ້ນ, ມີ​ສະຕິ​ຕໍ່​ລະບຽບ​ວິໄນ ແລະ ປະຕິບັດ​ຫຼ້ອນ​ໜ້າທີ່​ຂອງ​ຕົນ, ດ້ານ​ວຽກ​ງານ​ວິຊາ​ສະເພາະ​ແມ່ນ​ຕ້ອງ​ເປີດ​ກວ້າງຮັບ​ ສະ​ຖາ​ບັນ​ການ​ເງິນ​ຈຸລະພາກທີ່​ຮັບ​ເງິນ​ຝາກ​ (ສກຈຮ) ເຂົ້າ​ເປັນ​ສະມາຊິກ; ເພີ່ມ​ການ​ປະສານ​ສົມທົບກັບ​ບັນດາ​ກົມ​ກ່ຽວຂ້ອງ​ຂອງ ທຫລ ເພື່ອ​ເກັບ​ກໍາ​ສະພາບ​ຂອງ​ສະ​ມາ​ຊິກ. ພ້ອມ​ນີ້, ໃນ​ອະນາຄົດຕ້ອງ​ຄົ້ນຄວ້າ​ກົນ​ໄກ​ການ​ເກັບ​ເບ້ຍ​ປະກັນ​ເງິນ​ຝາກ​ ຕາມ​ປະເພດ​ຄວາມ​ສ່ຽງຄຽງ​ຄູ່​ກັນ​ກັບ​ການ​ຖອດ​ຖອນ​ບົດຮຽນຈາກ​ຫຼາຍໆ​ປະເທດ ທີ່​ມີ​ລະບົບ​ປະກັນ​ໄພ​ເງິນ​ຝາກ​ທີ່​ກ້າວໜ້າ ແລະ  ສືບຕໍ່​ເພີ່ມ​ການ​ໂຄສະນາ​ ວຽກ​ງານປົກ​ປ້ອງ​ເງິນ​ຝາກໃຫ້​ສັງຄົມ​ ໄດ້​ຮັບ​ຮູ້​ຢ່າງ​ກວ້າງຂວາງ ແລະ ທົ່ວ​ເຖິງ.

ຂ່າວສານ