ແຕ່ປີ 2011 ເປັນຕົ້ນມາ, ສໍານັກງານປົກປ້ອງເງິນຝາກ ໄດ້ຮ່ວມມືໃນກອບຫຼາຍຝ່າຍໂດຍການເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງພາກພື້ນອາຊີປາຊີຟິກ ແລະ ຂອງສະມາຄົມປະກັນໄພເງິນຝາກສາກົນ ພ້ອມທັງໄດ້ຮັບການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ (TA) ຈາກກຸ່ມທະນາຄານໂລກ (WBG) ໃນການຈັດຝຶກອົບຮົມສໍາມະນາໄລຍະສັ້ນກ່ຽວກັບວຽກງານປົກປ້ອງເງິນຝາກ ດັ່ງນີ້:

ແຕ່ປີ 2011-2014 ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງພາກພື້ນອາຊີປາຊີຟິກ (IADI APRC) 4 ຄັ້ງ ມີຜູ້ເຂົ້າຮ່ວມ 10 ເທື່ອຄົນ ແລະ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງສະມາຄົມປະກັນໄພເງິນຝາກສາກົນ (IADI AGM) 3 ຄັ້ງ ມີຜູ້ເຂົ້າຮ່ວມ 7 ເທື່ອຄົນ.

ແຕ່ປີ 2015-ເດືອນ 6 ປີ 2019 ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງພາກພື້ນອາຊີປາຊີຟິກ (IADI APRC) 4 ຄັ້ງ ມີຜູ້ເຂົ້າຮ່ວມ 11 ເທື່ອຄົນ, ເຂົ້າຮ່ວມກອງປະຊຸມປະຈໍາປີຂອງສະມາຄົມປະກັນໄພເງິນຝາກສາກົນ (IADI AGM) 3 ຄັ້ງ ມີຜູ້ເຂົ້າຮ່ວມ 7 ເທື່ອຄົນ ແລະ ໄດ້ຮັບການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ (TA) ຈາກກຸ່ມທະນາຄານໂລກ (WBG) ໃນການຈັດຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ 10 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 400 ເທື່ອຄົນ.

ການຮ່ວມມືສາກົນ