ໃນປີ 2008, ສໍານັກງານປົກປ້ອງເງິນຝາກ ໄດ້ຮ່ວມມືກັບປະກັນໄພເງິນຝາກຫວຽດນາມ ໂດຍເລີ່ມຈາກການເຊັນໜັງສືແລກປ່ຽນຮ່ວມມືສອງຝ່າຍ ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ກ່ຽວກັບວຽກງານປົກປ້ອງເງິນຝາກ. ມາຮອດປີ 2011, ໄດ້ຍົກລະດັບການຮ່ວມມືລະຫວ່າງສອງອົງກອນຂຶ້ນເປັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືສອງຝ່າຍ ແລະ ຕໍ່ມາໃນປີ 2015 ໄດ້ເຊັນຄືນໃໝ່ບົດບັນທຶກຄວາມເຂົ້າໃຈຮ່ວມມືສອງຝ່າຍ. ຈຸດປະສົງຂອງການຮ່ວມມື ແມ່ນເພື່ອເສີມຂະຫຍາຍສາຍພົວພັນ ແລະ ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານໃນວຽກງານປົກປ້ອງເງິນຝາກ. ພາຍຫຼັງທີ່ໄດ້ເຊັນ MOU ທັງສອງຝ່າຍໄດ້ຈັດຕັ້ງປະຕິບັດການຮ່ວມມື ໂດຍຜັດປ່ຽນກັນເປັນເຈົ້າພາບໃນການຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ MOU ແລະ ກອງປະຊຸມສໍາມະນາ ເພື່ອແລກປ່ຽນບົດຮຽນ-ປະສົບການໃນແຕ່ລະປີ ດັ່ງນີ້:

ແຕ່ປີ 2007-2014, ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 3 ຄັ້ງ ມີຜູ້ເຂົ້າຮ່ວມ 42 ເທື່ອຄົນ, ຈັດກອງປະຊຸມສໍາມະນາຢູ່ ສປປ ລາວ ຈໍານວນ 3 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ເທື່ອຄົນ ແລະ ສົ່ງພະນັກງານ ໄປທັດ ສະນະສຶກສາ ແລະ ຖອດຖອນບົດຮຽນວຽກງານປົກປ້ອງເງິນຝາກ ຈໍານວນ 3 ຄັ້ງ ມີຜູ້ເຂົ້າຮ່ວມ 23 ເທື່ອຄົນ.

ແຕ່ປີ 2015 ເຖິງເດືອນ 6 ປີ 2019, ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 6 ຄັ້ງ ມີຜູ້ເຂົ້າຮ່ວມ 64 ເທື່ອຄົນ, ຈັດກອງປະຊຸມສໍາມະນາຢູ່ ສປປ ລາວ ຈໍານວນ 4 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 190 ເທື່ອຄົນ ແລະ ສົ່ງພະນັກງານໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນວຽກງານປົກປ້ອງເງິນຝາກ ຈໍານວນ 6 ຄັ້ງ ມີຜູ້ເຂົ້າ ຮ່ວມຫຼາຍກວ່າ 40 ເທື່ອຄົນ.

ການຮ່ວມມືສາກົນ