ໃນໄລຍະຜ່ານມາ ທີ່ສຳນັກງານປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມສະພາບໍລິຫານ ຂື້ນ ພາຍໃຕ້ການເປັນປະ ທານຂອງ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ສຳນັກ ງານປົກປ້ອງເງິນຝາກ, ເຂົ້າຮ່ວມມີ ຮອງປະທານສະພາບໍລິຫານ, ສະມາຊິກສະພາບໍລິຫານ, ຄະນະ ສຳນັກງານປົກປ້ອງເງິນຝາກ ແລະ ຄະນະພະແນກ ຈຳນວນ 10 ກ່ວາທ່ານ.

(ຮູບທ່ານ ນ ແສງດາວວີ ມີຄໍາເຫັນ)

ໃນກອງປະຊຸມ ທ່ານ ນ ແສງດາວວີ ວົງຄຳຊາວ ຫົວໜ້າສຳນັກງານປົກປ້ອງເງິນຝາກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ຂອງສໍານັກງານປົກປ້ອງເງິນຝາກ ປະຈໍາປີ 2019 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2020. ໃນນີ້, ທ່ານ ນ ແສງດາວວີ ວົງຄຳຊາວ ໄດ້ຍົກໃຫ້ເຫັນ ໃນຕະຫຼອດໄລຍະ 1  ປີຜ່ານມາ ຄະນະໜ່ວຍພັກ-ຄະນະ ສປງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານຂອງຕົນ ຢ່າງເປັນປົກກະຕິ ດ້ວຍຮູບການຮ່ວມຊີວິດການເມືອງປະຈຳແຕ່ລະເດືອນ, ຈັດຕັ້ງເຜີຍແຜ່ເອກະສານສໍາຄັນຕ່າງໆ ເນື່ອງໃນໂອກາດວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງສາກົນ ເພື່ອເຮັດໃຫ້ພະນັກ ງານທຸກຄົນມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍ, ມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບຂອງພັກ, ຕັ້ງໜ້າປະຕິບັດວຽກງານວິຊາສະເພາະຕາມໜ້າທີ່ ແລະ ຕາມການມອບໝາຍຂອງຂັ້ນເທິງຢ່າງມີຜົນສຳເລັດ, ມີສະຕິລະວັງຕົວສູງ, ມີຄວາມສາມັກຄີພາຍນອກກວ້າງຂວາງ ແລະ ພາຍໃນມີຄວາມສະຫງົບດີ. ສຸມໃສ່ ກໍສ້າງພະນັກງານໃຫ້ທັງປະລິມມານ ແລະ ຄຸນນະພາບ ໂດຍການສົ່ງພະ ນັກງານໄປຍົກລະດັບວິຊາສະເພາະ, ຈັດ ແລະ ເຂົ້າຮ່ວມການຝຶກອົບໃນຫົວຂໍ້ຕ່າງໆ. ສຸມໃສ່ວຽກງານຫັນວຽກ ງານຄຸ້ມຄອງລັດໂດຍໃຊ້ກົດໝາຍ ໂດຍການເໜັ້ນໃສ່ປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆລຸ້ມດຳລັດ ຈຳນວນໜຶ່ງ ເພື່ອໃຫ້ສອດຄ່ອງກັບສະພາບຂອງວຽກງານປົກປ້ອງເງິນຝາກໃນໄລຍະໃໝ່ ເຮັດໃຫ້ຊັບສິນ, ໜີ້ສິນ ແລະ ທຶນເພີ່ມຂື້ນ. ນອກຈາກນີ້ ສຳນັກງານປົກປ້ອງເງິນຝາກຍັງໄດ້ສຸມໃສ່ວຽກງານຄຸ້ມຄອງ ແລະ ຕິດຕາມສະມາ ຊິກ ເພື່ອເຮັດໃຫ້ສະມາຊິກມີຄວາມໝັ້ນຄົງ ແລະ ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນເອງ.

ໃນກອງປະຊຸມ ທ່ານ ພຸດທະໄຊ ສີວິໄລ ປະທານສະພາບໍລິຫານ ສຳນັກງານປົກປ້ອງເງິນຝາກ ໄດ້ຊົມເຊີຍຕໍ່ຜົນສຳເລັດຂອງ ສຳນັກງານປົກປ້ອງເງິນຝາກທີ່ຍາດມາໄດ້ ພາຍໃນ 1 ປີຜ່ານມາ ແລະ ຮຽກຮ້ອງມາຍັງ ສຳນັກ ງານປົກປ້ອງເງິນຝາກ ສືບຕໍ່ປະຕິບັດແຜນການ 2020 ໃຫ້ໄດ້ຮັບຕາມແຜນການທີ່ວາງໄວ້ຢ່າງຈົບງາມ.

ຂ່າວສານ