ໃນໄລຍະຜ່ານມານີ້ ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ຄຳໄຊ ພົມມະວີ ຮອງຫົວໜ້າ ສຳນັກງານປົກປ້ອງເງິນຝາກ ພ້ອມດ້ວຍຄະນະ ຈຳນວນ 4 ທ່ານ ໄດ້ ຕາງໜ້າສຳນັກງານປົກປ້ອງເງິນຝາກ ມອບເງິນຊ່ວຍເຫຼືອ ຈຳນວນ 50.000.000 ກີບ ໃຫ້ແກ່ລັດຖະບານເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ໂຄວິດ-19 ຊຶ່ງມີຕາງໜ້າຈາກລັດຖະບານເປັນຜູ້ຮັບແມ່ນ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກ​ລັດ​ຖະ​ມົນຕີ ລັດຖະມົນຕີ​ກະຊວງ ການ​ເງິນ ຫົວໜ້າ​ສະເພາະ​ກິດ ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

  ໃນ​ໂອກາດ​ນີ້ ທ່ານ ສົມ​ດີ ດວງ​ດີ ໄດ້​ສະແດງຄວາມ​ຂອບໃຈຕໍ່​ບັນດາ​ບໍລິສັດ​ດັ່ງກ່າວ ທີ່​ເຫັນ​ຄວາມ​ສຳ ຄັນ ແລະ ສະໜັບສະໜູນ ລັດຖະບານລາວ ໃນ​ການ​ຕ້ານ ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄວິດ-19 ຢູ່ ສປປ ລາວ ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ນຳ​ເງິນ​ຈຳນວນ​ດັ່ງກ່າວ ໄປ​ນຳ​ໃຊ້ ເຂົ້າ​ໃນ​ວຽກ​ງານ​ຕ້ານ​ພະຍາດ​ໂຄ​ວິດ-19 ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ.

ຂ່າວສານ