ໃນຕອນເຊົ້າຂອງວັນທີ 29 ເມສາ 2026, ທີ່ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເພື່ອພັດທະນາເເມ່ຍິງ ແລະ ຄອບຄົວ (WFDF) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ (ສປງ) ຢ່າງເປັນທາງການ.
ພິທີດັ່ງກ່າວໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສຳນັກງານປົກປ້ອງເງິນຝາກ ໂດຍມີການເຂົ້າຮ່ວມຂອງ ທ່ານ ວິສອນ ໄຊສົງຄາມ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທະນາຄານແຫ່ງ ສປປ ລາວ (ທຫລ), ສະມາຄົມການເງິນຈຸລະພາກລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ການເຂົ້າເປັນສະມາຊິກ ສປງ ຂອງ ສກຈຮ ເພື່ອພັດທະນາເເມ່ຍິງ ແລະ ຄອບຄົວ ໃນຄັ້ງນີ້ ຖືເປັນບາດກ້າວສໍາຄັນໃນການສ້າງຄວາມເຂັ້ມແຂງໃນວຽກງານປົກປ້ອງເງິນຝາກ ຊຶ່ງຈຸດປະສົງຫຼັກກໍເພື່ອສ້າງ ຄວາມເຊື່ອໝັ້ນ ໃຫ້ແກ່ສັງຄົມ ກໍຄື ຜູ້ຝາກເງິນ ໂດຍມີເປົ້າໝາຍສໍາຄັນໃນການປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງຜູ້ຝາກເງິນ ທີ່ໄດ້ຝາກເງິນໄວ້ກັບ ສກຈຮ ດັ່ງກ່າວ ເພື່ອຮັບປະກັນວ່າເງິນຝາກຂອງຜູ້ຝາກເງິນ ໂດຍສະເພາະກຸ່ມແມ່ຍິງ ແລະ ຄອບຄົວທີ່ຕ້ອງການພັດທະນາເສດຖະກິດ ຈະໄດ້ຮັບການປົກປ້ອງສູງສຸດຕາມລະບຽບການ.

ໃນພິທີ, ທ່ານ ບົວໄຫຼ ເກດຕະວົງສາ, ຮອງຜູ້ອຳນວຍການ ສກຈຮ ເພື່ອພັດທະນາເເມ່ຍິງ ແລະ ຄອບຄົວ ໄດ້ລາຍງານຜົນສຳເລັດການເຄື່ອນໄຫວວຽກງານຕະຫຼອດໄລຍະ 17 ປີ ນັບແຕ່ເລີ່ມສ້າງຕັ້ງໃນປີ 2009 ຊຶ່ງປະຈຸບັນ ສກຈຮ ດັ່ງກ່າວມີຖານລູກຄ້າ ແລະ ຜູ້ຝາກເງິນທີ່ເຄື່ອນໄຫວຕົວຈິງ ຈໍານວນ 17,102 ຄົນ, ມີຍອດເງິນຝາກລວມ 29.6 ຕື້ກີບ ແລະ ມີຕາໜ່າງການບໍລິການກວມເອົາ 06 ແຂວງ ແລະ 23 ຕົວເມືອງ ໃນຂອບເຂດທົ່ວປະເທດ. ໃນນາມຜູ້ຄຸ້ມຄອງວຽງການປົກປ້ອງເງິນຝາກ, ທ່ານ ວົງພະຈັນ ແສງສຸວັນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ ສກຈຮ ເພື່ອພັດທະນາເເມ່ຍິງ ແລະ ຄອບຄົວ ທີ່ໄດ້ຍົກລະດັບມາດຕະຖານການບໍລິຫານງານ ຈົນສາມາດກ້າວເຂົ້າສູ່ການເປັນສະມາຊິກ ສປງ ໄດ້ຢ່າງເຕັມຕົວ.

ພິທີມອບໃບຢັ້ງຢືນໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການສຳເລັດຕາມຂັ້ນຕອນການເຂົ້າເປັນສະມາຊິກ ສປງ ຢ່າງເປັນທາງການເທົ່ານັ້ນ, ແຕ່ແມ່ນຄຳໝັ້ນສັນຍາຮ່ວມກັນ ໃນການຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນ, ພັດທະນາວຽກງານປົກປ້ອງເງິນຝາກໃຫ້ເຂັ້ມແຂງ ແລະ ສ້າງຄວາມອຸ່ນໃຈໃຫ້ແກ່ສັງຄົມ ກໍຄື ຜູ້ຝາກເງິນ ໃນຂອບເຂດທົ່ວປະເທດ.
ບົດຂ່າວ ແລະ ຮູບພາບ: ພະແນກບໍລິຫານ-ຈັດຕັ້ງ





