PDIC 1

ໃນລະຫວ່າງວັນທີ 27 ຫາ 30 ເມສາ 2026, ຄະນະຜູ້ແທນຈາກສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ເດີນທາງໄປແລກປ່ຽນບົດຮຽນ ຢູ່ທີ່ ສໍານັກງານຂອງ ປະກັນໄພເງິນຝາກຟີລິບປິນ (Philippine Deposit Insurance Corporation ຫຼື PDIC) ທີ່ເມືອງ ມາກາຕີ, ມານິລາ, ປະເທດ ຟີລິບປິນ.

ໃນວາລະການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນຈາກ ສປງ ນໍາພາໂດຍ ທ່ານ ນາງ ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ ໄດ້ເຂົ້າພົບປະກັບ ທ່ານ ໂຣເບີໂຕ້ ຕ່ານ (Mr. Roberto B. Tan) ປະທານ ແລະ ຜູ້ບໍລິຫານສູງສຸດ (CEO) ຂອງ PDIC ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານປົກປ້ອງເງິນຝາກຂອງປະເທດຟີລິບປີນ ຊຶ່ງມີປະສົບການສູງໃນວຽກງານດັ່ງກ່າວ.  ເນື້ອໃນສຳຄັນຂອງການສົນທະນາໃນຄັ້ງນີ້ ປະກອບມີ:

 

ພາບລວມຂອງວຽກງານປົກປ້ອງເງິນຝາກ, ພາລະບົດບາດຂອງ PDIC ແລະ ໂຄງສ້າງຕາໜ່າງຄວາມປອດໄພທາງການເງິນຂອງປະເທດຟີລິບປີນ.

ພ້ອມນີ້,  ຄະນະຜູ້ແທນຈາກ ສປງ ຍັງໄດ້ຮັບຟັງການບັນຍາຍ ແລະ ສົນທະນາ ໃນຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ ວິທີການກໍານົດອັດຕາສ່ວນຄັງເປົ້າໝາຍ (ຄັງປົກປ້ອງເງິນຝາກ), ການປະເມີນຄວາມສ່ຽງຂອງທະນາຄານສະມາຊິກ, ນະໂຍບາຍການລົງທຶນ, ການກວດກາພາຍໃນ, ການຈ່າຍເງິນປົກປ້ອງໃຫ້ຜູ້ຝາກເງິນ ໃນກໍລະນີທະນາຄານຖືກປິດກິດຈະການ, ການດໍາເນີນການຊໍາລະສະສາງຊັບສິນຂອງທະນາຄານທີ່ຖືກປິດກິດຈະການ, ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ກ່ຽວກັບການປົກປ້ອງເງິນຝາກ ແລະ ໂຄງການສົ່ງເສີມຄວາມຮູ້ທາງດ້ານການເງິນ.

 

 

 

 

ການແລກປ່ຽນບົດຮຽນໃນຄັ້ງນີ້້ ບໍ່ພຽງແຕ່ເປັນການຍົກລະດັບຄວາມຮູ້-ຄວາມສາມາດ ແລະ ປະສົບການໃຫ້ແກ່ບຸກຄະລາກອນຂອງ ສປງ ເທົ່ານັ້ນ,​ ແຕ່ຍັງເປັນການຮັດແໜ້ນສາຍພົວພັນ ແລະ ວາງແຜນຂະຫຍາຍການຮ່ວມມືສອງຝ່າຍໃນຕໍ່ໜ້າ ລະຫວ່າງ ສປງ ແລະ PDIC ແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປົກປ້ອງເງິນຝາກ ຂອງ ສປປ ລາວ ເທື່ອລະກ້າວ.

 

ບົດຂ່າວ ແລະ ຮູບພາບ: ພະແນກບໍລິຫານ-ຈັດຕັ້ງ

News