KDIC 2

ໃນວັນທີ 19 ພຶດສະພາ 2026, ທີ່ ໂຮງແຮມຄາວພາຊ່າ ວຽງຈັນ ສຳນັກງານປົກປ້ອງເງິນຝາກ (ສປງ) ຮ່ວມກັບ ອົງການປະກັນໄພເງິນຝາກເກົາຫຼີ (Korea Deposit Insurance Corporation ຫຼື KDIC) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ (Knowledge Sharing Programme) ກ່ຽວກັບວຽກງານປົກປ້ອງເງິນຝາກ ຂຶ້ນ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ວ່າການແທນຫົວໜ້າສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍການເຂົ້າຮ່ວມຂອງ ຄະນະສຳນັກງານປົກປ້ອງເງິນຝາກຄະນະຜູ້ແທນຈາກ KDIC, ຄະນະພະແນກ ແລະ ພະນັກງານວິຊາການ ສປງ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປະຕິບັດຕາມແຜນການວຽກງານຈຸດສຸມ ຂອງສໍານັກງານປົກປ້ອງເງິນຝາກ ປະຈໍາປີ 2026 ທັງເປັນການສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືດ້ານວິຊາການ ທີ່ ປະກັນໄພເງິນຝາກເກົາຫຼີ ແລະ ສໍານັກງານປົກປ້ອງເງິນຝາກ ມີຮ່ວມກັນມາຢ່າງຍາວນານເປັນເວລາຫຼາຍກວ່າ 10 ປີ ນັບແຕ່ປີ 2014 ເປັນຕົ້ນມາ ເພື່ອແນໃສ່ຍົກລະດັບຂີດຄວາມສາມາດທາງດ້ານເຕັກນິກ ແລະ ວິຊາການຂອງ ສໍານັກງານປົກປ້ອງເງິນຝາກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຢ່າງຍິ່ງ ເນື່ອງຈາກ ສປງ ກຳລັງຢູ່ໃນໄລຍະການຄົ້ນຄວ້າຍົກລະດັບນິຕິກຳຄຸ້ມຄອງວຽກງານປົກປ້ອງເງິນຝາກ ຈາກ “ດຳລັດ” ຂຶ້ນເປັນ “ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ” ຊຶ່ງຄາດຄະເນຖືກຮັບຮອງ ແລະ ປະກາດໃຊ້ໃນຕົ້ນປີ 2027 ຊຶ່ງເປົ້າໝາຍແມ່ນເພື່ອຍົກລະດັບພາລະບົດບາດຂອງ ສປງ ຈາກການເປັນພຽງຜູ້ຈ່າຍເງິນປົກປ້ອງ (Paybox) ໄປສູ່ການເປັນຜູ້ທີ່ມີອຳນາດເພີ່ມເຕີມໃນການແກ້ໄຂບັນຫາສະຖາບັນການເງິນ (Paybox Plus) ຕາມມາດຕະຖານສາກົນ (IADI Core Principles for Effective Deposit Insurance Systems) ທີ່ໄດ້ມີການປັບປຸງໃໝ່ໃນປີ 2025.

ເນື້ອໃນຂອງກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້ ແມ່ນໄດ້ລົງເລິກໃນ 04 ຫົວຂໍ້ຫຼັກທີ່ເປັນຫົວໃຈສໍາຄັນຂອງວຽກງານປົກປ້ອງເງິນຝາກດັ່ງນີ້:

  • ພາບລວມຂອງອົງການປະກັນໄພເງິນຝາກ ແລະ ຕາໜ່າງຄວາມປອດໄພທາງດ້ານການເງິນຂອງ ສ. ເກົາຫຼີ: ສຶກສາເຖິງປະຫວັດຄວາມເປັນມາຂອງ KDIC, ໂຄງປະກອບ ແລະ ກົນໄກການປະສານງານຮ່ວມກັນຂອງບັນດາພາກສ່ວນຕ່າງໆໃນຕາໜ່າງຄວາມປອດໄພທາງດ້ານການເງິນ ເພື່ອຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນ;
  • ກອບວຽກງານການແກ້ໄຂບັນຫາ ແລະ ການຈ່າຍເງິນປົກປ້ອງ: ຮຽນຮູ້ຂັ້ນຕອນການຈັດການ ແລະ ວິທີການແກ້ໄຂບັນຫາຢ່າງມີປະສິດທິພາບ ເມື່ອມີສະຖາບັນການເງິນທີ່ເປັນສະມາຊິກ ປະສົບບັນຫາ ລວມເຖິງຂັ້ນຕອນການຈ່າຍເງິນປົກປ້ອງໃຫ້ຜູ້ຝາກເງິນຢ່າງວ່ອງໄວ ແລະ ໂປ່ງໃສ;

  • ການກໍານົດອັດຕາສ່ວນຄັງເປົ້າໝາຍ ແລະ ການເກັບເບ້ຍປະກັນເງິນຝາກ: ລົງເລິກເຖິງລະບົບການຄິດໄລ່, ການປະເມີນ ແລະ ການເກັບເບ້ຍປະກັນເງິນຝາກຕາມຄວາມສ່ຽງ ເພື່ອສະສົມທຶນໃຫ້ພຽງພໍໃນການປະຕິບັດວຽກງານປົກປ້ອງເງິນຝາກ ລວມທັງ ເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ກັບລະບົບປົກປ້ອງເງິນຝາກ;

  • ການບໍລິຫານຄັງເງິນປົກປ້ອງເງິນຝາກ, ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມ ແລະ ການກວດກາພາຍໃນ: ເປັນການເເລກປ່ຽນກົນໄກການບໍລິຫານຄວາມສ່ຽງໃນການລົງທຶນ,​ ວາງແຜນຍຸດທະສາດການໂຄສະນາປະຊາສໍາພັນ ເພື່ອປ້ອງກັນການແຫ່ຖອນເງິນໃນພາວະວິກິດ ແລະ ການສ້າງລະບົບກວດກາພາຍໃນທີ່ສາມາດດໍາເນີນງານແບບອິດສະຫຼະ.

ນອກຈາກນີ້,  KDIC ຍັງໄດ້ແບ່ງປັນເຕັກນິກການນຳໃຊ້ສື່ໂຄສະນາທີ່ຫຼາກຫຼາຍ ເປັນຕົ້ນແມ່ນ ໂທລະພາບ, ວິທະຍຸ, ສື່ສັງຄົມອອນລາຍ ແລະ ການໂຄສະນາຜ່ານຂົນສົ່ງສາທາລະນະທີ່ໜ້າສົນໃຈ ແລະ ເຄື່ອງມື ໂຄສະນາປະຊາສໍາພັນ ທີ່ເໝາະສົມກັບແຕ່ລະກຸ່ມເປົ້າໝາຍ ເຊັ່ນ: ແຜ່ນພັບສຳລັບນັກຮຽນປະຖົມ, ການຈັດກິດຈະກຳສຳລັບນັກສຶກສາ ແລະ ການຝຶກອົບຮົມຄວາມຮູ້ທາງການເງິນໃຫ້ແກ່ຜູ້ສູງອາຍຸ ແລະ ຜູ້ປະກອບການລາຍຍ່ອຍ.

ກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ບໍ່ເປັນພຽງແຕ່ການຖອດຖອນບົດຮຽນອັນລໍ້າຄ່າຈາກປະເທດຄູ່ຮ່ວມມືຂອງ ສປງ ທີ່ມີປະສົບການສູງເທົ່ານັ້ນ, ແຕ່ຍັງເປັນເວທີສຳຄັນໃນການພັດທະນາບຸກຄະລາກອນຮຸ່ນໃໝ່ຂອງ ສປງ ໃຫ້ໄດ້ຮຽນຮູ້ໂດຍກົງຈາກຜູ້ຊ່ຽວຊານທີ່ມີປະສົບການສູງ ເພື່ອແນໃສ່ສືບຕໍ່ພັດທະນາ ແລະ ປັບປຸງວຽກງານປົກປ້ອງເງິນຝາກ ໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ທັນສະໄໝ ເພື່ອປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນໃນໄລຍະຍາວ.

 

ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ

News