ກອງ​ປະຊຸມ​ເຜີຍແຜ່ດໍາ​ລັດ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ເງິນ​ຝາກໃຫ້​ແກ່​ບັນດາ​ອົງການຈັດຕັ້ງ​ພັກ​-​ລັດ ແລະ ບັນດາ​ບ້ານ​ອ້ອມ​ຂ້າງ​ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກັນຍາ 2020 ທີ່​ສະໂມສອນເມືອງ​ດັ່ງກ່າວ  ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ຄໍາ​ສະຫວັນ ໂຄດ​ໄຊ ຮອງ​ເຈົ້າເມືອງ​ໄຊ​ເສດ​ຖາ ແລະ ທ່ານນາງ ແສງ​ດາວວີ ວົງ​ຄໍາ​ຊາວ ຫົວ​ໜ້າ​ສໍາ​ນັກ​ງານ​ປົກ​ປ້ອງ​ເງິນ​ຝາກ (ສປງ) ພ້ອມດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ທ່ານ ນາງ ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສປງ ໄດ້ຍົກໃຫ້ເຫັນ ຄວາມເປັນມາຂອງ ສປງ (ກອງທຶນປົກປ້ອງຜູ້ຝາກເງິນໃນເມື່ອກ່ອນ) ໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ກັນຍາ 1999 ເປັນການຈັດຕັ້ງການເງິນຂອງລັດ, ມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ຊຶ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ສະພາບໍລິຫານ ສປງ ແລະ ທຫລ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ເປັນສ່ວນໜຶ່ງທີ່ມີຄວາມສໍາຄັນ ໃນຕາໜ່າງຄວາມປອດໄພ ຂອງຂະແໜງການເງິນ ແລະ ວຽກງານສໍາຄັນອື່ນໆ ທີ່ຕິດພັນກັບຂະແໜງການທະນາຄານ ແລະ ສະຖາບັນການເງິນຢູ່ ສປປ ລາວ. ພ້ອມນັ້ນ, ຍັງໄດ້ນໍາສະເໜີຄວາມຈໍາເປັນຂອງການສ້າງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນການຍົກບົດບາດທາງດ້ານການຈັດຕັ້ງຂອງ ສປງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ລະບົບສະຖາບັນການເງິນ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນ ຢູ່ ສປປ ລາວ; ພ້ອມກັນນັ້ນ, ຍັງຍົກໃຫ້ເຫັນກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ ໃນເມື່ອກ່ອນສະບັບເລກທີ 283/ທຫລ, ລົງວັນທີ 30 ສິງຫາ 1999 ທີ່ມີບາງມາດຕາຍັງມີຂໍ້ຈໍາກັດ ແລະ ບໍ່ສອດຄ່ອງກັບນິຕິກໍາອື່ນ ທີ່ກ່ຽວຂ້ອງທັງພາກພື້ນ ແລະ ສາກົນ. ນອກນີ້, ຍັງນໍາສະເໜີພາບລວມຂອງ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ແລະ ເນື້ອໃນບາງມາດຕາທີ່ສໍາຄັນຈໍານວນໜຶ່ງ.

ທ່ານ ນາງ ແສງ​ດາວວີ ວົງ​ຄໍາ​ຊາວ   ໄດ້​ຕີ​ລາຄາ​ສູງ​ຕໍ່​​ຜົນ​ສໍາ​ເລັດ​​ການ​ເຊື່ຶອມ​ຊຶມ​ດໍາ​ລັດ​ໃນ​ຄັ້ງ​ນີ້  ແລະ  ເປັນ​ຄັ້ງທໍາ​ອິດ​ທີ່​ດໍາ​ລັດ​ວ່າດ້ວຍການປົກ​ປ້ອງ​ເງິນ​ຝາກໄດ້​ນໍາ​ມາ​ຈັດ​ຕັ້ງ​ເຜີຍແຜ່ ​ໃຫ້​ອໍາ​ນາດການປົກຄອງ​ທ້ອງຖິ່ນຮັບ​ຊາບ, ເຂົ້າໃຈ ແລະ ນໍາ​ໄປ​​ເຜີຍແຜ່​ໃຫ້​ປະຊາຊົນ​ບັນດາເຜົ່າ​ຢູ່​ບ້ານ​ຂອງ​ຕົນ ແລະ ຜ່ານ​ການ​ເຜີຍແຜ່​ດໍາ​ລັດ​ສະ​ບັັບ​ນີ້​ແລ້ວ ​ເຊື່ອ​ໝັ້ນ​ວ່າຈະ​ເປັນ​ການ​ເພີ່ມ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈ​ຈະແຈ້ງຕໍ່ກັບ​ວຽກ​ງານ​ການປົກ​ປ້ອງ​ເງິນຝາກ, ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທໍາ​ຂອງ​ຜູ້​ຝາກ​ເງິນ ທັງ​ປະກອບສ່ວນ​ສ້າງ​ຄວາມເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ຝາກ​ເງິນຕໍ່​ລະບົບ​ສະ​ຖາ​ບັນ​ການ​ເງິນ​ຢູ່ ສປປ ລາວ ນັບ​ມື້​ນັບສູງ​ຂຶ້ນ.

News