Annotation 2020-02-19 101452

ການຮ່ວມມືກັບປະກັນໄພເງິນຝາກຫວຽດນາມ

21/04/2008
ໃນປີ 2008, ສໍານັກງານປົກປ້ອງເງິນຝາກ ໄດ້ຮ່ວມມືກັບປະກັນໄພເງິນຝາກຫວຽດນາມ ໂດຍເລີ່ມຈາກການເຊັນໜັງສືແລກປ່ຽນຮ່ວມມືສອງຝ່າຍ ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ກ່ຽວກັບວຽກງານປົກປ້ອງເງິນຝາກ. ມາຮອດປີ 2011, ໄດ້ຍົກລະດັບການຮ່ວມມືລະຫວ່າງສອງອົງກອນຂຶ້ນເປັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືສອງຝ່າຍ ແລະ ຕໍ່ມາໃນປີ 2015 ໄດ້ເຊັນຄືນໃໝ່ບົດບັນທຶກຄວາມເຂົ້າໃຈຮ່ວມມືສອງຝ່າຍ. ຈຸດປະສົງຂອງການຮ່ວມມື ແມ່ນເພື່ອເສີມຂະຫຍາຍສາຍພົວພັນ ແລະ ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານໃນວຽກງານປົກປ້ອງເງິນຝາກ. ພາຍຫຼັງທີ່ໄດ້ເຊັນ MOU ທັງສອງຝ່າຍໄດ້ຈັດຕັ້ງປະຕິບັດການຮ່ວມມື ໂດຍຜັດປ່ຽນກັນເປັນເຈົ້າພາບໃນການຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ MOU ແລະ ກອງປະຊຸມສໍາມະນາ ເພື່ອແລກປ່ຽນບົດຮຽນ-ປະສົບການໃນແຕ່ລະປີ ດັ່ງນີ້: ແຕ່ປີ 2007-2014, ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 3 ຄັ້ງ ມີຜູ້ເຂົ້າຮ່ວມ 42 ເທື່ອຄົນ, ຈັດກອງປະຊຸມສໍາມະນາຢູ່ ສປປ ລາວ ຈໍານວນ 3 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ເທື່ອຄົນ...ອ່ານເພີ່ມເຕີມ - ການຮ່ວມມືກັບປະກັນໄພເງິນຝາກຫວຽດນາມ
Annotation 2020-02-19 101433

ການຮ່ວມມືກັບປະກັນໄພເງິນຝາກຍີ່ປຸ່ນ

21/04/2007
ໃນປີ 2007, ສໍານັກງານປົກປ້ອງເງິນຝາກ ໄດ້ເຊັນໜັງສືການຮ່ວມມື (Cooperation Letter) ກັບປະກັນໄພເງິນຝາກຍີ່ປຸ່ນ ຊຶ່ງເປັນປະເທດທໍາອິດທີ່ມີການຮ່ວມມື ເພື່ອແລກປ່ຽນບົດຮຽນທາງດ້ານເຕັກນິກ-ວິຊາການກ່ຽວກັບວຽກງານປົກປ້ອງເງິນຝາກ. ຕໍ່ມາໃນປີ 2013, ໄດ້ເຊັນໜັງສືແລກປ່ຽນການຮ່ວມມືຄືນໃໝ່ (Exchange of Letter). ສໍານັກງານປົກປ້ອງເງິນຝາກ ໄດ້ສືບຕໍ່ຮ່ວມມືສອງຝ່າຍກັບປະກັນໄພເງິນຝາກຍີ່ປຸ່ນ ໃນການແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບວຽກງານປົກປ້ອງເງິນຝາກ ດັ່ງນີ້: ແຕ່ປີ 2007-2014, ຈັດກອງປະຊຸມສໍາມະນາຢູ່ ສປປ ລາວ ຈໍານວນ 3 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ເທື່ອຄົນ; ສົ່ງພະນັກງານໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ປະເທດຍີ່ປຸ່ນ ຈໍານວນ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 1 ຄົນ; ແຕ່ປີ 2015 ເຖິງເດືອນ 6 ປີ 2019, ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ...ອ່ານເພີ່ມເຕີມ - ການຮ່ວມມືກັບປະກັນໄພເງິນຝາກຍີ່ປຸ່ນ