
ສໍານັກງານປົກປ້ອງເງິນຝາກ ຈັດພິທີ ມອບ-ຮັບໃບຢັ້ງຢືນ ການເປັນສະມາຊິກ ໃຫ້ ສກຈຮ ປະຕູຄໍາ
05/03/2021ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ການເປັນສະມາຊິກຂອງ ສປງ ໃຫ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ປະຕູຄໍາ ຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 27 ມັງກອນ 2021 ທີ່ ສະ ໜາມກ໋ອບແລັກວິວ ກ໋ອບ ວິນລາ ມອບໂດຍ ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າ ສໍານັກງານປົກປ້ອງເງິນຝາກ, ທະນາຄານແຫ່ງ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ປຣາຈິດ ໄຊຍະວົງ ປະທານສະພາບໍລິຫານ ສກຈຮ ປະຕູຄໍາ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ບົວຈັນ ແກ້ວມະນີ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທ່ານ ນາງ ໄພວັນ ສະເຫຼີມສຸກ ຮອງຜູ້ອໍານວຍການສະມາຄົມການເງິນຈຸລະພາກ, ທ່ານ ນາງ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ຈັດພິທີ ມອບ-ຮັບໃບຢັ້ງຢືນ ການເປັນສະມາຊິກ ໃຫ້ ສກຈຮ ປະຕູຄໍາ

ສໍານັກງານປົກປ້ອງເງິນຝາກ ຈັດພິທີມອບ-ຮັບ ໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ບຸກຄົນທີ່ມີຜົນງານ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019
05/03/2021ໃນຕອນເຊົ້າຂອງວັນທີ 12 ມັງກອນ 2021 ທີ່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ແກ່ບຸກຄົນທີ່ມີຜົນງານ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ຢູ່ທີ່ ຫ້ອງປະຊຸມດອກວາດສະໜາຂອງ ສໍານັກງານປົກປ້ອງເງິນຝາກ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ;ພ້ອມນີ້, ມີຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ, ຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມທັງໝົດຈໍານວນ 30 ຄົນ. ໃນພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງການປະເມີນການປະຕິບັດວຽກງານຂອງ ພະນັກງານທະນາຄານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ສະບັບເລກທີ 402/ທຫລ, ລົງວັນທີ 07 ກໍລະກົດ 2020. ໂດຍອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ ທຫລ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ຈັດພິທີມອບ-ຮັບ ໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ບຸກຄົນທີ່ມີຜົນງານ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019

ສ້າງຂະບວນການກິລາມິດຕະພາບ ເພື່ອຄໍານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ແລະ ສະເຫຼີມສະຫຼອງວັນສໍາຄັນຂອງຊາດ
01/02/2021ສໍານັກງານປົກປ້ອງເງິນຝາກ (ສປງ) ຮ່ວມກັບ ບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ຂຶ້ນໃນວັນທີ 22 ມັງກອນ 2021 ເວລາ 17:30 ໂມງ ທີ່ເດີ່ນກິລາເຟີຣາຣີ່, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າ ສປງ ແລະ ທ່ານ ນ. ວິນຄໍາ ລຸນທອນ ຜູ້ອໍານວຍການ ຂສລ ມີຄະນະ ສປງ, ຄະນະອໍານວຍການ, ຄະນະພະແນກ ພ້ອມດ້ວຍພະນັກ ງານວິຊາການທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ. ຈຸດປະສົ່ງການສ້າງຂະບວນການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້, ເພື່ອຄໍານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ຜ່ານມາ,...ອ່ານເພີ່ມເຕີມ - ສ້າງຂະບວນການກິລາມິດຕະພາບ ເພື່ອຄໍານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ແລະ ສະເຫຼີມສະຫຼອງວັນສໍາຄັນຂອງຊາດ

ຄູ-ອາຈານ ແລະ ນັກສຶກສາສະຖາບັນການທະນາຄານເຊື່ອມຊຶມດໍາລັດວ່າດ້ວຍການປົກປ້ອງເງິນຝາກ
17/11/2020ສໍານັກງານປົກປ້ອງເງິນຝາກ (ສປງ) ສືບຕໍ່ເດີນໜ້າໃນການເຜີຍແຜ່ວຽກງານປົກປ້ອງເງິນຝາກໃຫ້ແກ່ສັງຄົມ ຊຶ່ງຄັ້ງນີ້ໄດ້ລົງເຜີຍແຜ່ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃຫ້ແກ່ບັນດາຄູ-ອາຈານ ແລະ ນັກສຶກສາ ສະຖາບັນການທະນາຄານ ຊຶ່ງໄດ້ຈັດຕັ້ງພິທີດັ່ງກ່າວ ໃນຕອນເຊົ້າ ຂອງວັນພຸດ ທີ 21 ຕຸລາ 2020 ທີ່ ສະໂມສອນສະຖາບັນການທະນາຄານ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ສັນຕິ ພົນເມືອງລາວ ຫົວໜ້າສະຖາບັນການທະນາຄານ ແລະ ທ່ານ ນ. ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ. ພ້ອມນີ້ ກໍມີຄະນະສໍານັກງານປົກປ້ອງເງິນຝາກ ແລະ ຄະນະພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍແຜນການວຽກງານຈຸດສຸມຂອງ ສປງ ປະຈໍາປີ 2020 ແລະ ຊົມເຊີຍວັນສ້າງຕັ້ງ ສປງ ຄົບຮອບ 21 ປີ (23 ກັນຍາ...ອ່ານເພີ່ມເຕີມ - ຄູ-ອາຈານ ແລະ ນັກສຶກສາສະຖາບັນການທະນາຄານເຊື່ອມຊຶມດໍາລັດວ່າດ້ວຍການປົກປ້ອງເງິນຝາກ

ເມືອງຈັນທະບູລີ ເຊື່ອມຊຶມດໍາລັດວ່າດ້ວຍການປົກປ້ອງເງິນຝາກ
19/10/2020ສໍານັກງານປົກປ້ອງເງິນຝາກ (ສປງ) ສືບຕໍ່ເດີນໜ້າໃນການເຜີຍແຜ່ວຽກງານປົກປ້ອງເງິນຝາກ ໃຫ້ແກ່ສັງຄົມ ເຊິ່ງຄັ້ງນີ້ໄດ້ລົງເຜີຍແຜ່ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃຫ້ແກ່ບັນດາອົງການຈັດຕັ້ງລັດ ແລະ ບັນດາບ້ານອ້ອມຂ້າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງ ວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມເມືອງດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນໜາ ຜາທຸມມະວົງ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຈັນທະບູລີ ແລະ ທ່ານ ນ. ແສງດາວວີ ວົງຄໍາຊາວ ກໍາມະການພັກ ທະນາຄານແຫ່ງ ສປປ ລາວ, ຫົວໜ້າສໍານັກງານປົກປ້ອງເງິນຝາກ (ສປງ). ພ້ອມນີ້ ກໍມີຄະນະນໍາຂອງເມືອງ, ບັນດາຂະແໜງການ-ໜ່ວຍງານ, ບັນດາບ້ານອ້ອມຂ້າງ ເມືອງຈັນທະບູລີ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ການເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍແຜນການວຽກງານຈຸດສຸມຂອງ ສປງ ປະຈໍາປີ 2020 ແລະ...ອ່ານເພີ່ມເຕີມ - ເມືອງຈັນທະບູລີ ເຊື່ອມຊຶມດໍາລັດວ່າດ້ວຍການປົກປ້ອງເງິນຝາກ

