ເນື່ອງໃນໂອກາດວັນສ້າງຕັ້ງ ສໍານັກງານປົກປ້ອງເງິນຝາກ (ສປງ) ຄົບຮອບ 21 ປີ (ວັນທີ 23 ກັນຍາ 1999-ວັນທີ 23 ກັນຍາ 2020) ສປງ ໄດ້ຈັດຕັ້ງພິທີມອບ-ຮັບໃບຢັ້ງຢືນການເປັນສະມາຊິກຄືນໃໝ່ ໃຫ້ບັນດາທະນາຄານທຸລະກິດທີ່ເປັນສະມາຊິກ ພ້ອມທັງຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 9 ເດືອນຂອງ ປີ 2020 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາ 2020 ຢູ່ທີ່ສະຖາບັນການທະນາຄານ ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພຸດທະໄຊ ສີວິໄລ ກໍາມະການປະຈໍາພັກ ຮອງຜູ້ວ່າການ ທຫລ ປະທານສະພາບໍລິຫານ ສປງ; ທ່ານນາງ ແສງດາວວີ ວົງຄໍາຊາວ ກໍາມະການພັກ ທຫລ ຫົວໜ້າ ສປງ ແລະ ມີຄະນະກໍາມະການສະພາບໍລິຫານ, ຄະນະ ສປງ, ຄະນະກົມພາຍໃນ ທຫລ, ຕາງໜ້າທະນາຄານທຸລະກິດ ຫຼາຍກວ່າ 40 ແຫ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້; ທ່ານ ນາງ ແສງດາວວີ ວົງຄໍາຊາວ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນ ໄຫວວຽກງານປົກປ້ອງເງິນຝາກ ໃນໄລຍະຜ່ານມາ ໂດຍສະເພາະ 9 ເດືອນຂອງປີ 2020. ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກຄະນະພັກ-ຄະນະຜູ້ວ່າການ ທຫລ ກໍຄືສະພາບໍລິຫານ, ສປງ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບຈາກການປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ ຊຶ່ງສະແດງໃຫ້ເຫັນຜົນງານ ທີ່ພົ້ນເດັ່ນຫຼາຍດ້ານເຊັ່ນ: ໄດ້ສໍາເລັດການປັບປຸງແຜນຍຸດທະສາດໄລຍະ 10 ປີ 2016-2025 ແລະ ວິໄສທັດຮອດປີ 2030 ເຂົ້າໃນແຜນຍຸດທະສາດລວມຂອງຂະແໜງການເງິນ-ເງິນຕາຂອງ ສປປ ລາວ, ສໍາເລັດການສ້າງ ແລະ ອອກນິຕິກໍາຈໍານວນໜຶ່ງ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານປົກປ້ອງເງິນຝາກ ເປັນຕົ້ນອອກຂໍ້ຕົກລົງ ວ່າດ້ວຍອັດຕາເບ້ຍປະກັນເງິນຝາກ, ຂໍ້ຕົກລົງ ວ່າດ້ວຍວົງເງິນປົກປ້ອງໄດ້ປັບຈາກ 3 ສະກຸນເງິນ ( 28 ລ້ານກີບ, 36 ພັນບາດ ແລະ 1.200 ໂດລາ) ມາເປັນລວມທຸກສະກຸນເງິນ ທຽບເທົ່າກີບ ຈໍານວນ 50.000.000 (ຫ້າສິບ) ລ້ານກີບ ຕໍ່ຜູ້ຝາກເງິນໜຶ່ງລາຍ ຕໍ່ສະມາຊິກໜຶ່ງແຫ່ງ; ແຈ້ງການແນະນໍາ ວິທີການຄິດໄລ່ ແລະ ການຈ່າຍເບ້ຍປະກັນເງິນຝາກ; ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ຢັ້ງຢືນການເປັນສະມາຊິກ ສປງ. ນອກນີ້, ຍັງໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບເອົາທະນາຄານ ໄຕ້ຫວັນ ໂຄໂອເປີເຣທິບ ຈໍາກັດ ສາຂານະຄອນຫຼວງວຽງຈັນ ເຂົ້າເປັນສະມາຊິກ ທີ 41 ຂອງ ສປງ ແລະ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຮັບເອົາສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ ເຂົ້າເປັນສະມາຊິກແຫ່ງທໍາອິດຂອງ ສປງ. ດ້ານວຽກງານໂຄສະນາ ສປງ ສໍາເລັດການຄົ້ນຄວ້າ ແລະ ພັດທະນາເວັບໄຊ ພ້ອມທັງກະກຽມຂໍ້ມູນຂ່າວ ສານ ເພື່ອເຜີຍແຜ່ລົງເວັບໄຊ ຂອງ ສປງ ແລະ ຄາດຄະເນວ່າ ຈະເຜີຍແຜ່ສູ່ສັງຄົມຮັບຮູ້ ໃນຕົ້ນປີ 2021.
![](https://www.dpo.gov.la/wp-content/uploads/2020/10/IMG_6384-1024x683.jpg)
ໃນໂອກາດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສປງ ຄົບ ຮອບ 21 ປີ, ທ່ານຫົວໜ້າ ສປງ ໄດ້ໃຫ້ກຽດມອບໃບຢັ້ງ ຢືນການເປັນສະມາຊິກຄືນໃໝ່ ໃຫ້ແກ່ສະມາຊິກທີ່ເປັນທະນາຄານທຸລະກິດຂອງ ສປງ ຈໍານວນ 41 ແຫ່ງ ເພື່ອປ່ຽນແທນໃບຢັ້ງຢືນສະບັບເກົ່າ ພາຍຫຼັງ ສປງ ໄດ້ປະກາດນໍາໃຊ້ສັນຍາລັກ (Logo) ຂອງຕົນຢ່າງເປັນທາງການ, ຊຶ່ງສະແດງຢູ່ໃບຢັ້ງຢືນ ອັນເປັນສັນຍາລັກບົ່ງບອກວ່າທະນາຄານທຸລະກິດ ຫຼື ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກນັ້ນ ເປັນສະມາຊິກທີ່ຖືກຕ້ອງຕາມລະບຽບກົດໝາຍ. ສະນັ້ນ, ຜູ້ຝາກເງິນສາມາດສັງເກດໄດ້ຢູ່ບໍລິເວນປ່ອງບໍລິການລູກຄ້າຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸນລະພາກທີ່ຮັບເງິນຝາກດັ່ງກ່າວ. ທ່ານ ພຸດທະໄຊ ສີວິໄລ ໄດ້ກ່າວສະແດງຄໍາຍ້ອງຍໍ-ຊົມເຊີຍຕໍ່ຜົນງານໃນຫຼາຍດ້ານທີ່ ສປງ ຍາດມາໄດ້ ໃນໄລຍະຜ່ານມາ ຊຶ່ງເຫັນວ່າກົງຈັກການຈັດຕັ້ງ, ຖານະການເງິນມີການປັບປຸງ ແລະ ພັດທະນາເທື່ອລະກ້າວ, ການສະສົມຄັງປົກປ້ອງມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ການຮ່ວມມືສາກົນທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ມີການພົວພັນຢ່າງກວ້າງຂວາງ. ຢ່າງໃດກໍດີ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານ ກໍຄືອີງໃສ່ສະພາບເສດຖະກິດປັດຈຸບັນ ສປງ ຕ້ອງໄດ້ຕັ້ງໜ້າບຸກບືນຢ່າງແຂງແຮງກ່ວາເກົ່າ, ໃນນີ້ ຕ້ອງນໍາພາການເມືອງແນວຄິດໃຫ້ແກ່ພະນັກງານຢ່າງໜັກແໜ້ນ, ມີສະຕິຕໍ່ລະບຽບວິໄນ ແລະ ປະຕິບັດຫຼ້ອນໜ້າທີ່ຂອງຕົນ, ດ້ານວຽກງານວິຊາສະເພາະແມ່ນຕ້ອງເປີດກວ້າງຮັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ເຂົ້າເປັນສະມາຊິກ; ເພີ່ມການປະສານສົມທົບກັບບັນດາກົມກ່ຽວຂ້ອງຂອງ ທຫລ ເພື່ອເກັບກໍາສະພາບຂອງສະມາຊິກ. ພ້ອມນີ້, ໃນອະນາຄົດຕ້ອງຄົ້ນຄວ້າກົນໄກການເກັບເບ້ຍປະກັນເງິນຝາກ ຕາມປະເພດຄວາມສ່ຽງຄຽງຄູ່ກັນກັບການຖອດຖອນບົດຮຽນຈາກຫຼາຍໆປະເທດ ທີ່ມີລະບົບປະກັນໄພເງິນຝາກທີ່ກ້າວໜ້າ ແລະ ສືບຕໍ່ເພີ່ມການໂຄສະນາ ວຽກງານປົກປ້ອງເງິນຝາກໃຫ້ສັງຄົມ ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
![](https://www.dpo.gov.la/wp-content/uploads/2020/10/IMG_6432-1024x712.jpg)