ສໍານັກງານປົກປ້ອງເງິນຝາກ (ສປງ) ສືບຕໍ່ເດີນໜ້າໃນການເຜີຍແຜ່ວຽກງານປົກປ້ອງເງິນຝາກ ໃຫ້ແກ່ສັງຄົມ ເຊິ່ງຄັ້ງນີ້ໄດ້ລົງເຜີຍແຜ່ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃຫ້ແກ່ບັນດາອົງການຈັດຕັ້ງລັດ ແລະ ບັນດາບ້ານອ້ອມຂ້າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງ ວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມເມືອງດັ່ງກ່າວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນໜາ ຜາທຸມມະວົງ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຈັນທະບູລີ ແລະ ທ່ານ ນ. ແສງດາວວີ ວົງຄໍາຊາວ ກໍາມະການພັກ ທະນາຄານແຫ່ງ ສປປ ລາວ, ຫົວໜ້າສໍານັກງານປົກປ້ອງເງິນຝາກ (ສປງ). ພ້ອມນີ້ ກໍມີຄະນະນໍາຂອງເມືອງ, ບັນດາຂະແໜງການ-ໜ່ວຍງານ, ບັນດາບ້ານອ້ອມຂ້າງ ເມືອງຈັນທະບູລີ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ການເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍແຜນການວຽກງານຈຸດສຸມຂອງ ສປງ ປະຈໍາປີ 2020 ແລະ ຊົມເຊີຍວັນສ້າງຕັ້ງ ສປງ ຄົບຮອບ 21 ປີ (23 ກັນຍາ 1999-23 ກັນຍາ 2020).

ກອງປະຊຸມເຜີຍແຜ່ໃນຄັ້ງນີ້, ທ່ານ ວົງເພັດ ໂງ່ນພະຈັນ ຫົວໜ້າພະແນກວິເຄາະ ແລະ ຄຸ້ມຄອງການຈ່າຍເງິນປົກປ້ອງ ໄດ້ຍົກໃຫ້ເຫັນຄວາມເປັນມາຂອງ ສປງ (ກອງທຶນປົກປ້ອງຜູ້ຝາກເງິນໃນເມື່ອກ່ອນ) ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ກັນຍາ 1999 ເປັນການຈັດຕັ້ງການເງິນຂອງລັດ, ມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ຊຶ່ງມີພາລະບົດບາດເປັນເສນາທິການ ໃຫ້ແກ່ສະພາບໍລິຫານ ສປງ ແລະ ທຫລ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງຜູ້ຝາກເງິນ ເປັນສ່ວນໜຶ່ງທີ່ມີຄວາມສໍາຄັນໃນຕາໜ່າງຄວາມປອດໄພ ຂອງຂະແໜງການເງິນ ແລະ ວຽກງານສໍາຄັນອື່ນໆ ທີ່ຕິດພັນກັບຂະແໜງການທະນາຄານ ແລະ ສະຖາບັນການເງິນຢູ່ ສປປ ລາວ.
ພ້ອມນັ້ນ, ຍັງນໍາສະເໜີຄວາມຈໍາເປັນຂອງການສ້າງ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນການຍົກລະດັບບົດບາດທາງດ້ານການຈັດຕັ້ງຂອງ ສປງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ຕໍ່ລະບົບສະຖາບັນການເງິນ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງ ລະບົບສະຖາບັນການເງິນຢູ່ ສປປ ລາວ ພ້ອມທັງນໍາສະເໜີເນື້ອໃນບາງມາດຕາທີ່ສໍາຄັນຈໍານວນໜຶ່ງ ທີ່ຈະເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງ ໂດຍສະເພາະສະຖາບັນການເງິນ (ທະນາຄານທຸລະກິດ) ທີ່ເປັນສະມາຊິກຂອງ ສປງ, ວົງເງິນປົກປ້ອງສູງສຸດຕາມລະບຽບການ ໄດ້ປັບໃຫ້ສູງຂຶ້ນລວມທຸກສະກຸນເງິນທຽບເທົ່າກີບ ຈໍານວນ 50.000.000 (ຫ້າສິບລ້ານ) ກີບ ຕໍ່ໜຶ່ງຄົນຕໍ່ໜຶ່ງສະຖາບັນການເງິນ; ຊຶ່ງຜູ້ຝາກເງິນຈະໄດ້ຮັບການປົກປ້ອງເງິນຝາກ ຈາກ ສປງ ໂດຍທັນທີທີ່ນໍາເງິນໄປຝາກໄວ້ສະຖາບັນການເງິນທີ່ເປັນສະມາຊິກຂອງ ສປງ ແລະ ມາດຕາອື່ນໆ ທີ່ສໍາຄັນຈໍານວນໜຶ່ງ.

ຂ່າວສານ