
ສໍານັກງານປົກປ້ອງເງິນຝາກ ຈັດກອງປະຊຸມເຜີຍແຜ່ວຽກງານປົກປ້ອງເງິນຝາກ ຢູ່ແຂວງຊຽງຂວາງ
20/04/2026ໃນວັນທີ 07 ເມສາ 2026 ທີ່ຜ່ານມາ, ທີ່ ຫ້ອງປະຊຸມຊັ້ນ 06, ສາຂາທະນາຄານ ແຫ່ງ ສປປ ລາວ ພາກ ເໜືອ ແຂວງຊຽງຂວາງ ໄດ້ມີການຈັດກອງປະຊຸມເຜີຍແຜ່ວຽກງານປົກປ້ອງເງິນຝາກຂຶ້ນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ພ້ອມດ້ວຍ ການເຂົ້າຮ່ວມຂອງທ່ານ ນ. ພອນທິບ ເພັງໂສພາ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ບັນດາຜູ້ຕາງໜ້າຈາກພະແນກການ-ອົງການຈັດຕັ້ງລັດອ້ອມຂ້າງແຂວງ, ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ສາຂາທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ແລະ ຄະນະບ້ານ ພາຍໃນເທດສະບານ ເມືອງແປກ ແຂວງຊຽງຂວາງ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຄະນະຜູ້ວ່າການທະນາຄານແຫ່ງ...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ຈັດກອງປະຊຸມເຜີຍແຜ່ວຽກງານປົກປ້ອງເງິນຝາກ ຢູ່ແຂວງຊຽງຂວາງ

ສຳນັກງານປົກປ້ອງເງິນຝາກ ຈັດກອງປະຊຸມ ທາບທາມຄຳເຫັນເປີດກວ້າງ ຕໍ່ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ
06/04/2026ໃນວັນທີ 02 ເມສາ 2026 ທີ່ ສະໂມສອນ, ສະຖາບັນການທະນາຄານ (ສທຄ), ສໍານັກງານປົກປ້ອງເງິນຝາກ (ສປງ) ຕາງໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນເປີດກວ້າງຕໍ່ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍສະບັບດັ່ງກ່າວ. ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 78 ທ່ານ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ (ອອນລາຍ 06 ພາກສ່ວນ) ຈາກບັນດາ ກະຊວງ, ອົງການທຽບເທົ່າກະຊວງ, ສະພາປະຊາຊົນນະຄອນຫຼວງວຽງຈັນ, ອົງການປົກຄອງນະຄອນຫຼວງວຽງຈັນ, ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ), ສະມາຄົມທະນາຄານ, ສະມາຄົມການເງິນຈຸລະພາກ, ສະມາຄົມສະຫະກອນສິນເຊື່ອ ພ້ອມດ້ວຍ ຄະນະຮັບຜິດຊອບ ແລະ ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ. ອີງຕາມວາລະກອງປະຊຸມ,...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ ຈັດກອງປະຊຸມ ທາບທາມຄຳເຫັນເປີດກວ້າງ ຕໍ່ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ

ສຳນັກງານປົກປ້ອງເງິນຝາກ ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການ FSNP
26/03/2026ໃນຕອນບ່າຍວັນຈັນ, ທີ 23 ມີນາ 2026, ທີ່ໂຮງແຮມ ສຸພັດຕຣາ ວຽງຈັນ, ໄດ້ຈັດພິທິສະຫຼຸບຜົນການຈັດຕັ້ງປະຕິບັດ ໂຄງການສ້າງຄວາມເຂັ້ມແຂງໃນຕາໜ່າງຄວາມປອດໄພຂອງຂະແໜງການເງິນຂອງ ສປປ ລາວ (FSNP) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຫົວໜ້າຄະນະຊີ້ນໍາລວມໂຄງການ ພ້ອມທັງ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຟຣານເຊສ໌ໂກ ສ໌ຕອບເບ (Francesco Strobbe) ຜູ້ຈັດການ ປະຈໍາພາກພື້ນອາຊີ ແລະ ປາຊີຟິກຂອງ ທະນາຄານໂລກ ຮັບຜິດຊອບຂະແໜງການເງິນ, ຄວາມສາມາດໃນການແຂ່ງຂັນ ແລະ ການລົງທຶນສາກົນ, ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍ ຄະນະຊີ້ນໍາລວມໂຄງການ, ຄະນະກົມ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການ FSNP

ສຳນັກງານປົກປ້ອງເງິນຝາກ ຈັດກອງປະຊຸມທາບທາມຄຳເຫັນພາຍໃນ ທຫລ ຕໍ່ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ
23/03/2026ໃນວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມ ຊັ້ນ 7, ທະນາຄານແຫ່ງ ສປປ ລາວ (ທຫລ), ສໍານັກງານປົກປ້ອງເງິນຝາກ (ສປງ) ຕາງໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມທາບທາມຄຳເຫັນພາຍໃນ ທຫລ ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງກົດໝາຍສະບັບດັ່ງກ່າວ. ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 55 ທ່ານ ຈາກບັນດາກົມພາຍໃນ ທຫລ, ຄະນະຮັບຜິດຊອບ, ຄະນະອະນຸກໍາມະການຊ່ວຍວຽກຄົ້ນຄວ້າສ້າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, ຄະນະ ສປງ, ຄະນະພະແນກ ສປງ ແລະ ການເຂົ້າຮ່ວມອອນລາຍ ຈາກບັນດາ 05 ສາຂາ ຂອງ ທຫລ. ອີງຕາມວາລະກອງປະຊຸມ, ທ່ານ ນ ດາວມະນີວອນ...ອ່ານເພີ່ມເຕີມ - ສຳນັກງານປົກປ້ອງເງິນຝາກ ຈັດກອງປະຊຸມທາບທາມຄຳເຫັນພາຍໃນ ທຫລ ຕໍ່ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ

ສໍານັກງານປົກປ້ອງເງິນຝາກ ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ
20/03/2026ໃນວັນທີ 12 ມີນາ 2026 ທີ່ຜ່ານມາ, ສຳນັກງນປົກປ້ອງເງິນຝາກ (ສປງ) ໄດ້ຈັດຝຶກອົບຮົມວຽກງານວິຊາສະເພາະ ພາຍໃຕ້ຫົວຂໍ້: “ການບໍລິຫານຂໍ້ຂັດແຍ່ງໃນອົງກອນ ແລະ ການເຮັດວຽກຢູ່ຮ່ວມກັນ” ໃຫ້ກັບພະນັກງານ ສປງ ແລະ ໄດ້ຮັບກຽດຈາກວິທະຍາກອນຜູ້ຊໍານານ ທ່ານ ອາຈານ ປອ. ສຸດຖະໜອມ ພິນສະຫວັດ ຮອງຜູ້ອຳນວຍການສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ຢູ່ທີ່ ໂຮງແຮມ ທະວີສຸກ, ເມືອງ ວັງວຽງ, ແຂວງ ວຽງຈັນ. ອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນສະເພາະໜ້າ ແລະ ຍາວນານ ຂອງ ສປງ ແລະ ເພື່ອເປັນການສ້າງຂະບວນການຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 116 ປີ ທີ່ຜ່ານມາ, ສໍານັກງານປົກປ້ອງເງິນຝາກ ຈຶ່ງໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະໃນຄັ້ງນີ້ ເພື່ອແນໃສ່ພັດທະນາຄວາມຮູ້ຄວາມສາມາດຂອງພະນັກງານ, ຊ່ວຍຍົກສູງປະສິດທິພາບໃນການແກ້ໄຂບັນຫາຂໍ້ຂັດແຍ່ງພາຍໃນ ພ້ອມທັງ ສ້າງທັກສະໃນການເຮັດວຽກເປັນທີມ ຊຶ່ງໄດ້ລົງເລິກບັນດາທິດສະດີກ່ຽວກັບຂໍ້ຂັດແຍ່ງ,...ອ່ານເພີ່ມເຕີມ - ສໍານັກງານປົກປ້ອງເງິນຝາກ ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ

