ໃນວັນທີ 07 ເມສາ 2026 ທີ່ຜ່ານມາ, ທີ່ ຫ້ອງປະຊຸມຊັ້ນ 06, ສາຂາທະນາຄານ ແຫ່ງ ສປປ ລາວ ພາກ ເໜືອ ແຂວງຊຽງຂວາງ ໄດ້ມີການຈັດກອງປະຊຸມເຜີຍແຜ່ວຽກງານປົກປ້ອງເງິນຝາກຂຶ້ນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ພ້ອມດ້ວຍ ການເຂົ້າຮ່ວມຂອງທ່ານ ນ. ພອນທິບ ເພັງໂສພາ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ບັນດາຜູ້ຕາງໜ້າຈາກພະແນກການ-ອົງການຈັດຕັ້ງລັດອ້ອມຂ້າງແຂວງ, ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ສາຂາທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກທີ່ຮັບເງິນ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ແລະ ຄະນະບ້ານ ພາຍໃນເທດສະບານ ເມືອງແປກ ແຂວງຊຽງຂວາງ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃນການເພີ່ມທະວີການໂຄສະນາວຽກງານປົກປ້ອງເງິນຝາກ ກໍຄື ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ແລະ ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄື ຜູ້ຝາກເງິນ ຕໍ່ລະບົບທະນາຄານ ທັງເປັນການລະດົມໃຫ້ມີການຝາກເງິນເພີ່ມຂຶ້ນ.

ກອງປະຊຸມໃນຄັ້ງນີ້ ໃຫ້ກຽດຂຶ້ນບັນຍາຍກ່ຽວກັບພາບລວມວຽກງານປົກປ້ອງເງິນຝາກ ໂດຍທ່ານ ນ. ທິບພະພອນ ມຸນິວົງ ຮອງຫົວໜ້າພະແນກບໍລິຫານ-ຈັດຕັ້ງ ສໍານັກງານປົກປ້ອງເງິນຝາກ. ເນື້ອໃນສໍາຄັນຂອງການບັນຍາຍ ແນໃສ່ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພະນັກງານລັດ ລວມທັງ ຜູ້ບໍລິຫານສະຖາບັນການເງິນ ພາຍໃນແຂວງຊຽງຂວາງ ຕໍ່ກັບພາລະບົດບາດໜ້າທີ່ຂອງສໍານັກງານປົກປ້ອງເງິນຝາກ ແລະ ວຽກງານປົກປ້ອງເງິນຝາກ ພ້ອມທັງ ຍັງເປັນການຊຸກຍູ້ໃຫ້ສັງຄົມເຫັນໄດ້ເຖິງຄວາມສໍາຄັນຂອງການທ້ອນເງິນ ກໍຄື ການຝາກເງິນໄວ້ໃນລະບົບທະນາຄານ ຫຼື ສະຖາບັນການເງິນ ແທນທີ່ຈະເກັບເງິນສົດໄວ້ບ້ານເຮືອນ ຊຶ່ງພຶດຕິກໍາດັ່ງກ່າວເຫັນວ່າບໍ່ມີຄວາມປອດໄພ ເນື່ອງຈາກຈະນໍາໄປສູ່ຄວາມສ່ຽງສູງໃນການຖືກລັກຂະໂມຍ, ປຸ້ນຈີ້, ໄຟໄໝ້ ຫຼື ໄພພິບັດທາງທໍາມະຊາດ ທີ່ກໍ່ໃຫ້ເກີດຄວາມສູນເສຍໂດຍບໍ່ສາມາດຮຽກຄືນໄດ້ ແລະ ຍັງເສຍໂອກາດໃນການໄດ້ຮັບດອກເບ້ຍຈາກການຝາກເງິນ ພ້ອມທັງ ຈະບໍ່ໄດ້ຮັບການປົກປ້ອງຈາກສໍານັກງານປົກປ້ອງເງິນຝາກ ຕາມລະບຽບການ.

ວຽກງານປົກປ້ອງເງິນຝາກ ເປັນວຽກງານໜຶ່ງທີ່ສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ ໂດຍສະເພາະສິດ ແລະ ພັນທະຂອງຜູ້ຝາກເງິນ ໃນເວລາທີ່ນໍາເງິນໄປຝາກໄວ້ກັບທະນາຄານ ຫຼື ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຊຶ່ງຈະເປັນການສ້າງຄວາມໝັ້ນໃຈໃນການໄປໃຊ້ບໍລິການ ຫາກຮູ້ວ່າເງິນຝາກຂອງເຮົາໄດ້ຮັບການປົກປ້ອງຈາກສໍານັກງານປົກປ້ອງເງິນຝາກ ຄືດັ່ງບົດຮຽນຂອງຫຼາຍປະເທດ ທີ່ຊີ້ໃຫ້ເຫັນວ່າ ກ່ອນທີ່ຜູ້ຝາກເງິນຈະຕັດສິນໃຈເປີດບັນຊີເງິນຝາກນໍາທະນາຄານ ຫຼື ສະຖາບັນການເງິນທີ່ຮັບເງິນຝາກໃດໜຶ່ງ ຕ້ອງຮູ້ວ່າສະຖາບັນການເງິນນັ້ນໆ ເປັນສະມາຊິກຂອງອົງການປົກປ້ອງເງິນຝາກ ຫຼື ບໍ່.
ອີງໃສ່ບົດຮຽນຂອງຫຼາຍປະເທດໃນພາກພື້ນ ແລະ ສາກົນ, ວຽກງານປົກປ້ອງເງິນຝາກ ເປັນວຽກງານທີ່ມີຄວາມສຳຄັນຕໍ່ລະບົບຕາໜ່າງຄວາມປອດໄພດ້ານການເງິນ (Financial Safety Net) ຊຶ່ງໃນ ສປປ ລາວ ກໍຄື ໃນຕົ້ນປີ 2026 ທີ່ຜ່ານມານີ້ ລັດຖະບານ ໄດ້ຮັບຮອງ ແລະ ປະກາດໃຊ້ ດໍາລັດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ ສະບັບເລກທີ 07/ລບ, ລົງວັນທີ 12 ມັງກອນ 2026 ແນໃສ່ສ້າງຄວາມເຂັ້ມແຂງໃຫ້ລະບົບຕາໜ່າງຄວາມປອດໄພດ້ານການເງິນ, ຮັກສາສະຖຽນລະພາບດ້ານການເງິນ, ຮັບປະກັນຄວາມໝັ້ນຄົງຂອງລະບົບການເງິນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຊຶ່ງພາຍໃຕ້ດໍາລັດສະບັບດັ່ງກ່າວ ໄດ້ລະບຸຊັດເຈນກ່ຽວກັບການສ້າງຕັ້ງ “ຄະນະກໍາມະການສະຖຽນລະພາບຂອງລະບົບການເງິນ” ລະດັບຊາດ ທີ່ມີທ່ານ ຮອງນາຍົກລັດຖະມົນ ຜູ້ຊີ້ນໍາວຽກງານເສດຖະກິດເປັນປະທານ, ທ່ານ ຜູ້ວ່າການ ທຫລ ເປັນຮອງປະທານ, ທ່ານ ລັດຖະມົນຕີກະຊວງການເງິນ ເປັນຮອງປະທານ, ຄະນະກໍາມະການຄຸ້ມຄອງຫຼັກຊັບ ເປັນກໍາມະການ ລວມທັງ ສໍານັກງານປົກປ້ອງເງິນຝາກ ເປັນກໍາມະການ ຂອງຄະນະກໍາມະການດັ່ງກ່າວ.
ປະຈຸບັນ, ສໍານັກງານປົກປ້ອງເງິນຝາກ ກໍາລັງກະກຽມຍົກລະດັບ ຈາກ ດໍາລັດ ຂຶ້ນເປັນ ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ເພື່ອໃຫ້ມີບ່ອນອີງທາງດ້ານນິຕິກໍາທີ່ສູງຂຶ້ນ ພ້ອມທັງ ຍົກພາລະບົດບາດຂອງສໍານັກງານປົກປ້ອງເງິນຝາກ ຈາກການເປັນພຽງຜູ້ຈ່າຍເງິນປົກປ້ອງ (Paybox) ໃຫ້ກາຍເປັນຜູ້ທີ່ມີອຳນາດເພີ່ມເຕີມໃນການແກ້ໄຂບັນຫາສະຖາບັນການເງິນ (Paybox Plus) ຕາມມາດຕະຖານສາກົນ ຊຶ່ງຄາດຄະເນວ່າກົດໝາຍສະບັບດັ່ງກ່າວ ຈະຖືກຮັບຮອງ ແລະ ປະກາດໃຊ້ ໃນຕົ້ນປີ 2027.

ຕະຫຼອດໄລຍະການດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຮັບຟັງການນຳສະເໜີ ແລະ ໄດ້ມີການຕັ້ງຄຳຖາມເຈາະຈີ້ມ ພ້ອມທັງ ປະກອບຄຳຄິດເຫັນແລກປ່ຽນບົດຮຽນຢ່າງກົງໄປກົງມາ ຊຶ່ງສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈດີຂຶ້ນເທົ່ານັ້ນ ແຕ່ຍັງເປັນຂໍ້ມູນພື້ນຖານທີ່ສຳຄັນໃຫ້ແກ່ສໍານັກງານປົກປ້ອງເງິນຝາກ ໃນການນຳໄປພັດທະນາວຽກງານໃຫ້ມີປະສິດທິຜົນກວ່າເກົ່າໃນອະນາຄົດ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານໄດ້ມີຄໍາເຫັນ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທັງໝົດ ຈົ່ງຊ່ວຍເປັນເຈົ້າການໃນການສຶກສາຂໍ້ມູນເພີ່ມເຕີມຜ່ານທາງເວັບໄຊທ໌ ຫຼື ສື່ສັງຄົມອອນໄລນ໌ຂອງສໍານັກງານປົກປ້ອງເງິນຝາກ ລວມທັງ ສື່ທີ່ເປັນທາງການ ເພື່ອໃຫ້ໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ບໍ່ຫຼົງເຊື່ອຂ່າວລືຕ່າງໆທີ່ບໍ່ມີມູນຄວາມຈິງ. ດັ່ງນັ້ນ, ພະນັກງານຂອງລັດທີ່ເປັນຜູ້ຊີ້ນໍາ-ນໍາພາ ຢູ່ແຕ່ລະຂົງເຂດວຽກງານໃນທ້ອງຖິ່ນ ລວມທັງ ບັນດາສະຖາບັນການເງິນ ຕ້ອງສາມາດກໍາໄດ້ວຽກງານປົກປ້ອງເງິນຝາກຢ່າງເລິກເຊິ່ງ ເພື່ອນໍາໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຈຶ່ງຈະເປັນການສ້າງຄວາມເຊື່ອໝັ້ນຕໍ່ລະບົບສະຖາບັນການເງິນຢູ່ ສປປ ລາວ ເທື່ອລະກ້າວ.
ຮູບພາບ ແລະ ບົດຂ່າວ: ພະແນກບໍລິຫານ-ຈັດຕັ້ງ




