ໃນປີ 2007, ສໍານັກງານປົກປ້ອງເງິນຝາກ ໄດ້ເຊັນໜັງສືການຮ່ວມມື (Cooperation Letter) ກັບປະກັນໄພເງິນຝາກຍີ່ປຸ່ນ ຊຶ່ງເປັນປະເທດທໍາອິດທີ່ມີການຮ່ວມມື ເພື່ອແລກປ່ຽນບົດຮຽນທາງດ້ານເຕັກນິກ-ວິຊາການກ່ຽວກັບວຽກງານປົກປ້ອງເງິນຝາກ. ຕໍ່ມາໃນປີ 2013, ໄດ້ເຊັນໜັງສືແລກປ່ຽນການຮ່ວມມືຄືນໃໝ່ (Exchange of Letter). ສໍານັກງານປົກປ້ອງເງິນຝາກ ໄດ້ສືບຕໍ່ຮ່ວມມືສອງຝ່າຍກັບປະກັນໄພເງິນຝາກຍີ່ປຸ່ນ ໃນການແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບວຽກງານປົກປ້ອງເງິນຝາກ ດັ່ງນີ້:

ແຕ່ປີ 2007-2014, ຈັດກອງປະຊຸມສໍາມະນາຢູ່ ສປປ ລາວ ຈໍານວນ 3 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ເທື່ອຄົນ; ສົ່ງພະນັກງານໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ປະເທດຍີ່ປຸ່ນ ຈໍານວນ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 1 ຄົນ;

ແຕ່ປີ 2015 ເຖິງເດືອນ 6 ປີ 2019, ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 2 ຄັ້ງ ມີຜູ້ເຂົ້າຮ່ວມ 6 ເທື່ອຄົນ; ຈັດກອງປະຊຸມສໍາມະນາຢູ່ ສປປ ລາວ ຈໍານວນ 2 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ເທື່ອຄົນ; ສົ່ງພະນັກງານໄປເຂົ້າຮ່ວມກອງປະຊຸມໂຕະມົນຂອງປະກັນໄພເງິນຝາກຍີ່ປຸ່ນ ຢູ່ປະເທດຍີ່ປຸ່ນ ຈໍານວນ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 12 ເທື່ອຄົນ.

ການຮ່ວມມືສາກົນ