ສໍານັກງານປົກປ້ອງເງິນຝາກ (ສປງ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ການເປັນສະມາຊິກຂອງ ສປງ ໃຫ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ປະຕູຄໍາ ຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 27 ມັງກອນ 2021 ທີ່ ສະ ໜາມກ໋ອບແລັກວິວ ກ໋ອບ ວິນລາ ມອບໂດຍ ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າ ສໍານັກງານປົກປ້ອງເງິນຝາກ, ທະນາຄານແຫ່ງ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ປຣາຈິດ ໄຊຍະວົງ ປະທານສະພາບໍລິຫານ ສກຈຮ ປະຕູຄໍາ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ບົວຈັນ ແກ້ວມະນີ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທ່ານ ນາງ ໄພວັນ ສະເຫຼີມສຸກ ຮອງຜູ້ອໍານວຍການສະມາຄົມການເງິນຈຸລະພາກ, ທ່ານ ນາງ ຂັນມະນີ ສຸທໍາມະວົງ ຜູ້ອໍານວຍການ ສກຈຮ ປະຕູຄໍາ, ຄະນະສະພາບໍລິຫານ, ຄະນະຜູ້ອໍານວຍການ ພ້ອມດ້ວຍ ຄະນະພະແນກ, ພະນັກງານ ສປງ ແລະ ສກຈຮ ປະຕູຄໍາ, ເຂົ້າຮ່ວມທັງໝົດ 20 ກວ່າຄົນ.

ໃນພິທີ ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ ໄດ້ກ່າວວ່າ: ເລິ່ມແຕ່ປີ 2010 ເປັນຕົ້ນມາ ສໍານັກງານປົກປ້ອງເງິນຝາກ ໄດ້ດໍາເນີນວຽກງານພາຍໃຕ້ກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ ສະບັບເລກທີ 283/ທຫລ, ຊຶ່ງໃນລະບຽບດັ່ງກ່າວໄດ້ຄຸ້ມຄອງເອົາສະເພາະທະນາຄານທຸລະກິດ ແຕ່ອີງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ເຫັນວ່າສະຖາບັນການເງິນຈຸລະພາກຢູ່ ສປປ ລາວ ມີການເຕີບໃຫຍ່ຂະຫຍາຍຕົວຫຼາຍຂຶ້ນ ຕໍ່ກັບວຽກງານດັ່ງກ່າວ ການຈັດຕັ້ງພັກ-ລັດ ກໍ່ໄດ້ເປັນຫວງເປັນໃຍ ແລະ ໄດ້ຊີ້ນໍາໃຫ້ ສໍານັກງານປົກປ້ອງເງິນຝາກ ຄົ້ນຄວ້າເອົາສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເຂົ້າເປັນສະມາຊິກ ໂດຍໄດ້ກໍານົດລະອຽດໃນດໍາລັດວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017 ເພື່ອໃຫ້ພາກລັດໄດ້ມີສ່ວນຮ່ວມໃນການປົກປ້ອງຜູ້ຝາກເງິນ. ສກຈຮ ປະຕູຄໍາ ເປັນຕົວແບບທີ່ດີໃຫ້ແກ່ ສກຈຮ ແຫ່ງອື່ນ ທີ່ໄດ້ຖຶກຄັດເລືອກເຂົ້າເປັນສະມາຊິກ ສໍານັກງານປົກປ້ອງເງິນຝາກ ເນື່ອງຈາກ ສກຈຮ ປະຕູຄໍາ ມີຜົນງານ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ, ສາມາດປະຕິບັດໄດ້ຕາມບັນດາເງື່ອນໄຂຕ່າງໆ ທີ່ກໍານົດໄວ້ໃນດໍາລັດ ຂອງ ສປງ ແລະ ປະຕິບັດຕາມລະບຽບການຕ່າງໆ ຂອງກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ. ສະນັ້ນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ ເປັນແຫ່ງທໍາອິດທີ່ ສປງ ໄດ້ຮັບເຂົ້າເປັນສະມາຊິກ ແລະ ຜົນປະໂຫຍດທີ່ ສກຈຮ ປະຕູຄໍາ ຈະໄດ້ຮັບພາຍຫຼັງເຂົ້າເປັນສະມາຊິກ ຂອງ ສປງ ມີຄື: ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນໂດຍສະເພາະ ຜູ້ຝາກເງິນ ຈະມີຄວາມເຊື່ອໝັ້ນຕໍ່ສະຖາບັນການເງິນເຮັດໃຫ້ດຶງດູດຜູ້ຝາກເງິນໄດ້ນໍາເງິນມາຝາກຫຼາຍຂຶ້ນ; ນອກນີ້, ສກຈຮ ປະຕູຄໍາ ຈະສາມາດຂະຫຍາຍທຸລະກິດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ, ຍັງເປັນການດຶງດູດແຫຼ່ງທຶນຕ່າງໆ ຈາກອົງການຈັດຕັ້ງສາກົນ ເຮັດໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນ ແລະ ສະໜອງທຶນຮອນໃຫ້ແກ່ ສກຈຮ ປະຕູຄໍາ ເພີ່ມຕື່ມອີກດ້ວຍ.

ພ້ອມນີ້, ທ່ານ ຍັງໄດ້ເນັ້ນຕື່ມອີກວ່າ: ເພື່ອເຮັດໃຫ້ການປະຕິບັດວຽກງານກໍ່ຄືການປະຕິບັດຕໍ່ບັນດາລະບຽບການໂດຍສະເພາະລະບຽບການຄຸ້ມຄອງຂອງ ທຫລ ກໍ່ຄືກົມຄຸ້ມຄອງສະຖາບັນການເງິນໃຫ້ມີປະສິດທິຜົນ, ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຕື່ມ ໃນການປະຕິບັດໃຫ້ສອດຄ່ອງ ແລະ ເໝາະສົມ. ພ້ອມດຽວກັນນີ້, ໃນການເຂົ້າເປັນສະມາຊິກຂອງ ສປງ ກໍ່ຕ້ອງໄດ້ປະຕິບັດລະບຽບຕ່າງໆ ທີ່ ສປງ ໄດ້ວາງອອກຢ່າງເຄັ່ງຄັດ. ໃນການບໍລິຫານວຽກງານພາຍໃນ ສກຈຮ ປະຕູຄໍາ ຮຽກຮ້ອງໃຫ້ບັນດາຜູ້ບໍລິຫານໄດ້ເອົາໃຈໃສ່ຕິດຕາມການປະຕິບັດລະບຽບຂອງພະນັກງານຢ່າງໃກ້ຊິດຕິດແທດ ໂດຍສະເພາະການປ່ອຍກູ້ ເນື່ອງຈາກວ່າ ການປ່ອຍເງິນກູ້ເປັນວຽກຫຼັກທີ່ສາມາດສ້າງລາຍຮັບ ເພື່ອສ້າງເປັນກໍາໄລຂອງ ສກຈຮ ປະຕູຄໍາ.ພ້ອມນີ້, ທ່ານ ຍັງໄດ້ເນັ້ນຕື່ມອີກວ່າ: ເພື່ອເຮັດໃຫ້ການປະຕິບັດວຽກງານກໍ່ຄືການປະຕິບັດຕໍ່ບັນດາລະບຽບການໂດຍສະເພາະລະບຽບການຄຸ້ມ ຄອງຂອງ ທຫລ ກໍ່ຄືກົມຄຸ້ມຄອງສະຖາບັນການເງິນໃຫ້ມີປະສິດທິຜົນ, ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຕື່ມ ໃນການປະຕິບັດໃຫ້ສອດຄ່ອງ ແລະ ເໝາະສົມ. ພ້ອມດຽວກັນນີ້, ໃນການເຂົ້າເປັນສະມາຊິກຂອງ ສປງ ກໍ່ຕ້ອງໄດ້ປະຕິບັດລະບຽບຕ່າງໆ ທີ່ ສປງ ໄດ້ວາງອອກຢ່າງເຄັ່ງຄັດ. ໃນການບໍລິຫານວຽກງານພາຍໃນ ສກຈຮ ປະຕູຄໍາ ຮຽກຮ້ອງໃຫ້ບັນດາຜູ້ບໍລິຫານໄດ້ເອົາໃຈໃສ່ຕິດຕາມການປະຕິບັດລະບຽບຂອງພະນັກງານຢ່າງໃກ້ຊິດຕິດແທດ ໂດຍສະເພາະການປ່ອຍກູ້ ເນື່ອງຈາກວ່າ ການປ່ອຍເງິນກູ້ເປັນວຽກຫຼັກທີ່ສາມາດສ້າງລາຍຮັບ ເພື່ອສ້າງເປັນກໍາໄລຂອງ ສກຈຮ ປະຕູຄໍາ.

ນອກຈາກນີ້, ທ່ານ ຍັງໄດ້ຮຽກຮ້ອງມາຍັງກົມຄຸ້ມຄອງສະຖາບັນການເງິນ ເອົາໃຈໃສ່ໃນການຕິດຕາມຊຸກຍູ້ພ້ອມທັງແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ. ຜ່ານການຈັດຕັ້ງປະຕິບັດວຽກງານທີ່ເຫັນວ່າມີຄວາມຫຍຸ້ງຍາກກໍ່ຄວນຈະມີການປັບປຸງ ເພື່ອໃຫ້ຜູ້ຈັດຕັ້ງປະຕິບັດສາມາດຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ ແລະ ສອດຄ່ອງ ເພື່ອບໍ່ໃຫ້ເປັນການຂັດຕໍ່ການດໍາເນີນທຸລະກິດຂອງ ສກຈຮ ແລະ ພ້ອມນີ້ ກໍ່ໄດ້ຮຽກຮ້ອງໃຫ້ສະມາຄົມການເງິນຈຸລະພາກ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ໃນການຕິດຕາມຊຸກຍູ້ເບີ່ງແຍງທາງດ້ານການຈັດຕັ້ງປະຕິບັດ, ດ້ານນິຕິກໍາ ແລະ ການແກ້ໄຂບັນຫາຄວາມຫຍຸ້ງຍາກຂອງ ສກຈຮ.

ຂ່າວ: ສຸວັນນາລີ ສຸວັນນະເມທີ
​ພາບ: ບຸນນຳ ອິນທະວົງ
ກວດແກ້: ຄໍາແສນ ວົງເດືອນ ແລະ ລາຕີ ສີຣາຊາ

ຂ່າວສານ