ພາລະບົດບາດ ແລະ ໜ້າທີ່

      ສໍານັກງານປົກປ້ອງເງິນຝາກ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ສະພາບໍລິຫານ ສໍານັກງານປົກປ້ອງເງິນຝາກ ແລະ ທະນາຄານແຫ່ງ ສປປ ລາວ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຜູ້ຝາກເງິນ ແລະ ການຈັດຕັ້ງປະຕິບັດສິດ, ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017, ດັ່ງລາຍລະອຽດລຸ່ມນີ້:

  • ຄົ້ນຄ້ວາສ້າງແຜນຍຸດທະສາດ ແລະ ນິຕິກໍາກ່ຽວກັບວຽກງານປົກປ້ອງເງິນຝາກ;

  • ຄົ້ນຄວ້າ ແລະ ສະເໜີ ທະນາຄານແຫ່ງ ສປປ ລາວ ເພື່ອພິຈາລະນາ;

  • ອອກໃບຢັ້ງຢືນການເປັນ ຫຼື ການສິ້ນສຸດການເປັນສະມາຊິກ ຂອງສໍານັກງານປົກປ້ອງເງິນຝາກ;

  • ຄິດໄລ່ ແລະ ເກັບເບ້ຍປະກັນເງິນຝາກຈາກສະມາຊິກ ຕາມອັດຕາເບ້ຍປະກັນທີ່ກໍານົດໄວ້ໃນແຕ່ລະໄລຍະ;

  • ຕິດຕາມກວດກາ ແລະ ວິເຄາະສະພາບຜູ້ຝາກເງິນ ແລະ ຈໍານວນເງິນຝາກຢູ່ນໍາສະມາຊິກ ໃນແຕ່ລະໄລຍະ;

  • ສະໜີຂໍຂໍ້ມູນທີ່ກ່ຽວຂ້ອງກັບວຽກງານປົກປ້ອງເງິນຝາກ ຈາກບັນດາສະມາຊິກ ແລະ ພາກສ່ວນກ່ຽວຂ້ອງ;

  • ເຜີຍແຜ່ຂໍ້ມູນ ຂ່າວສານ ກ່ຽວກັບວຽກງານປົກປ້ອງເງິນຝາກ ໃຫ້ບັນດາສະມາຊິກ ແລະ ສັງຄົມຮັບຊາບໃນແຕ່ລະໄລຍະ;

  • ບໍລິຫານທຶນ ແລະ ຄັງປົກປ້ອງເງິນຝາກໃນກິດຈະການທີ່ມີຄວາມສ່ຽງຕໍ່າ ເປັນຕົ້ນແມ່ນ ຊື້ພັນທະບັດຂອງລັດຖະບານ, ພັນທະບັດຂອງທະນາຄານກາງ ແລະ ຝາກໄວ້ກັບທະນາຄານແຫ່ງ ສປປ ລາວ;

  • ສະເໜີກູ້ຢືມເງິນຈາກ ສະຖາບັນການເງິນທັງພາຍໃນ ແລະ ຕ່າງປະເທດ ໂດຍລັດຖະບານເປັນຜູ້ຄໍ້າປະກັນ ຕາມການສະເໜີຂອງ ທະນາຄານແຫ່ງ ສປປ ລາວ;

  • ຈ່າຍເງິນປົກປ້ອງໃຫ້ຜູ້ຝາກເງິນ ຕາມວົງເງິນປົກປ້ອງ ທີ່ໄດ້ກໍານົດໄວ້ໃນມາດຕາ 11 ຂອງດໍາລັດວ່າດ້ວຍ ການປົກປ້ອງເງິນຝາກ;

  • ຮຽກເກັບຄືນໜີ້ສິນ ໃນຂະບວນການຊໍາລະສະສາງ;ປະສານສົມທົບກັບ ບັນດາກົມທີ່ຂຶ້ນກັບ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານປົກປ້ອງເງິນຝາກ;

  • ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານປົກປ້ອງເງິນຝາກ ໃຫ້ ທະນາຄານແຫ່ງ ສປປ ລາວ ຢ່າງເປັນປົກກະຕິ;

  • ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.