ເລີ່ມແຕ່ປີ 2012 ເປັນຕົ້ນມາ, ສໍານັກງານປົກປ້ອງເງິນຝາກ ໄດ້ມີການພົວພັນຮ່ວມມືກັບ ສະຖາບັນຄຸ້ມຄອງເງິນຝາກໄທ ໂດຍເຊີນນັກວິທະຍາກອນມາເຜີຍແຜ່ວຽກງານປົກປ້ອງເງິນຝາກຢູ່ ສປປ ລາວ. ໃນປີ 2013, ສໍານັກງານປົກປ້ອງເງິນຝາກ ແລະ ສະຖາບັນຄຸ້ມຄອງເງິນຝາກໄທ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍ ຢູ່ແຂວງຫຼວງພະບາງ ສປປ ລາວ. ຕໍ່ມາໃນປີ 2016 ໄດ້ຮ່ວມກັນປັບປຸງ ແລະ ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືສອງຝ່າຍຄືນໃໝ່. ພ້ອມດຽວກັນນັ້ນ,ໃນແຕ່ລະປີໄດ້ຈັດກອງປະຊຸມພົບປະສອງຝ່າຍໂດຍຜັດປ່ຽນກັນເປັນເຈົ້າພາບ. ນັບແຕ່ຮ່ວມກັນເຊັນ MOU ທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການ ພ້ອມທັງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດັ່ງນີ້:

ແຕ່ປີ 2012-2014 ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 1 ຄັ້ງ ມີຜູ້ເຂົ້າຮ່ວມ 15 ຄົນ, ຈັດກອງປະຊຸມສໍາ ມະນາຢູ່ ສປປ ລາວ 3 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ເທື່ອຄົນ, ສົ່ງພະນັກງານໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ປະເທດໄທ ຈໍານວນ 3 ຄັ້ງ, ມີຜູ້ເຂົ້າຮ່ວມ 16 ເທື່ອຄົນ.

ແຕ່ປີ 2015 ເຖິງເດືອນ 6 ປີ 2019, ຈັດກອງປະຊຸມພົບປະສອງຝ່າຍ ຈໍານວນ 3 ຄັ້ງ ມີຜູ້ເຂົ້າຮ່ວມ 32 ເທື່ອຄົນ, ຈັດກອງປະຊຸມສໍາມະນາຢູ່ ສປປ ລາວ 3 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ເທື່ອຄົນ, ສົ່ງພະນັກງານໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານປົກປ້ອງເງິນຝາກຢູ່ປະເທດໄທ ຈໍານວນ 5 ຄັ້ງ, ມີຜູ້ເຂົ້າຮ່ວມ 29 ເທື່ອຄົນ.

ການຮ່ວມມືສາກົນ