ໃນວັນທີ 28 ພະຈິກ 2025 ທີ່ຜ່ານມາ, ສາມອົງການຈັດຕັ້ງມະຫາຊົນ ສຳນັກງານປົກປ້ອງເງິນຝາກ (ສປງ) ໄດ້ສ້າງຂະບວນການເຄື່ອນໄຫວຊ່ວຍເຫຼືອສັງຄົມ ຢູ່ທີ່ ບ້ານນາອ່າງ, ເມືອງເຟືອງ, ແຂວງວຽງຈັນ ນໍາພາໂດຍ ທ່ານ ວົງພະຈັນ ແສງສຸວັນ ເລຂາໜ່ວຍພັກ, ຫົວໜ້າສຳນັກງານປົກປ້ອງເງິນຝາກ ພ້ອມດ້ວຍສະມາຊິກສາມອົງການຈັດຕັ້ງມະຫາຊົນ ສປງ ຈຳນວນ 31 ສະຫາຍ.

ການສ້າງຂະບວນການເຄື່ອນໄຫວຊ່ວຍເຫຼືອສັງຄົມໃນຄັ້ງນີ້ ມີຈຸດປະສົງ ເພື່ອປະກອບສ່ວນຊ່ວຍເຫຼືອດ້ານອຸປະກອນການຮຽນ, ວັດຖຸເຮັດຫ້ອງນ້ຳ ໃຫ້ກັບໂຮງຮຽນປະຖົມ ບ້ານນາອ່າງ ແລະ ອຸປະກອນການແພດ ໃຫ້ກັບສຸກສາລາ ບ້ານນາອ່າງ, ເມືອງເຟືອງ, ແຂວງ ວຽງຈັນ; ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ, ໃຫ້ກຽດເປັນສັກຂີພະຍານໂດຍ: ທ່ານ ໜອມມະນີ ມະນີວົງ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ ບ້ານນາອ່າງ ແລະ ທ່ານ ເກຍຢ່າງ ຫົວໜ້າສຸກສາລາ ບ້ານນາອ່າງ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ປຶ້ມແບບຮຽນ ຈຳນວນ 33 ຊຸດ, ອຸປະກອນການຮຽນຈຳນວນໜຶ່ງເພື່ອແຈກຍາຍໃຫ້ນ້ອງນັກຮຽນ ແລະ ວັດຖຸເຮັດຫ້ອງນ້ຳ ຈຳນວນ 03 ລາຍການ ລວມມູນຄ່າ ທັງໝົດຈຳນວນ 14,611,000 ກີບ ມອບໃຫ້ກັບໂຮງຮຽນປະຖົມສົມບູນ ບ້ານນາອ່າງ  ແລະ ອຸປະກອນການແພດ ຈໍານວນ 12 ລາຍການ, ລວມມູນຄ່າທັງໝົດຈຳນວນ 13,983,000 ກີບ ມອບໃຫ້ກັບສຸກສາລາ ບ້ານນາອ່າງ.

ຕາງໜ້າຈາກທາງໂຮງຮຽນປະຖົມ ບ້ານນາອ່າງ ແລະ ສຸກສາລາ ບ້ານນາອ່າງ ໄດ້ສະແດງຄວາມຂອບໃຈຕໍ່ສາມອົງການຈັດຕັ້ງມະຫານຊົນ ສປງ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງຊ່ວຍເຫຼືອທີ່ໄດ້ຮັບໃນຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ. ສຸດທ້າຍ, ສປງ ໃນນາມເປັນຜູ້ໃຫ້ ກໍມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອສັງຄົມໃນຄັ້ງນີ້ ໂດຍສະເພາະ ໃນຂະແໜງການສຶກສາ ແລະ ຂະແໜງການສາທາລະນະສຸກ.